
SBS Lao - SBS ພາສາລາວ
779 episodes — Page 6 of 16
ການຢ້ຽມຢາມອອສເຕຣເລັຍ ຂອງນາຍົກຣັຖມົນຕີ Fiji
FULLໃນຄໍາປາໄສທີ່ສໍາຄັນ ທີ່ National Press Club ໃນ Canberra Sitiveni Rabuka ນາຍົກຣັຖມົນຕີ Fiji ໄດ້ສເນີໃຫ້ອອສເຕຣເລັຍ ລົງນາມໃນສົນທິສັນຍາ ຢ່າງເປັນທາງການ ກັບ Fiji ເພື່ອເປັນວິທີ ທີ່ຈະເພີ່ມຄວາມເຂັ້ມແຂງ ໃຫ້ແກ່ຄວາມສໍາພັນທາງການທູດ ແລະໄດ້ປະຕິເສດ ການເປັນເຈົ້າພາບ ແກ່ຖານທັບທະຫານຂອງຈີນ ໃນຂນະທີ່ການແຂ່ງຂັນ ດ້ານການເປັນຜູ້ນຳທາງທະຫານ ໃນເຂດປາຊີຟິກ ກຳລັງດຳເນີນຢູ່.
ປະຊຸມສຸດຍອດຂອງ NATO ທີ່ The Hague.
FULLກຸ່ມປະເທດ NATO ໄດ້ຕົກລົງ ທີ່ຈະເພີ່ມງົບປະມານດ້ານທະຫານ ໃນກອງປະຊຸມສຸດຍອດ ທີ່ The Hague ຈາກສອງເປີເຊັນຂອງ GDP ເປັນຫ້າເປີເຊັນ ພາຍໃນປີ 2035. ໃນຂນະທີ່ ອອສເຕຣເລັຍສັນຍາຈະເພີ່ມການຊ່ອຍເຫຼືອທາງທະຫານແກ່ Ukraine.
How home and contents insurance works in Australia - ການປະກັນພັຍບ້ານເຮືອນ ແລະຊັບສິນ (Contents) ເຮັດວຽກແນວໃດ ໃນອອສເຕຣເລັຍ
FULLHome and contents insurance is a safety net many households expect to rely on during difficult times. But it’s also a financial product that even experts can find challenging to navigate. Whether you own or rent your home, understanding your level of cover, knowing what fine print to look out for, and learning how to manage rising premiums can help you make more informed choices as a consumer. - ປະກັນພັຍບ້ານເຮືອນ ແລະຊັບສິນ (Contents) ເປັນຄວາມປອດພັຍ ທີ່ຫລາຍຄອບຄົວຄາດວ່າ ຈະເພິ່ງພາ ໃນເວລາທີ່ຍາກລຳບາກ. ແຕ່ມັນຍັງເປັນຜລິດຕະພັນທາງການເງິນ ທີ່ແມ່ນແຕ່ຜູ້ຊ່ຽວຊານ ກໍສາມາດພົບວ່າ ຍາກທີ່ຈະເຂົ້າໃຈ. ບໍ່ວ່າ ທ່ານຈະເປັນເຈົ້າຂອງ ຫຼືເຊົ່າເຮືອນຂອງທ່ານ, ເຂົ້າໃຈລະດັບການຄອບຄຸມ (Cover) ຂອງທ່ານ, ຮູ້ວ່າ ຕ້ອງລະວັງຫຍັງແດ່ ແລະຮຽນຮູ້ ວິທີຈັດການກັບລາຄາທີ່ເພີ່ມຂຶ້ນ ສາມາດຊ່ວຍທ່ານ ໃຫ້ເລືອກຢ່າງມີຂໍ້ມູນຫຼາຍຂຶ້ນ ໃນຖານະຜູ້ບໍຣິໂພກ.
ມີການຄົ້ນພົບ Dinosaur ສາຍພັນໃຫມ່
FULLEnigmacursor ເປັນ Dinosaur ສາຍພັນໃຫມ່ ທີ່ກິນຫຍ້າຂນາດນ້ອຍ ແລະອາສັຍຢູ່ ເມື່ອປະມານ 150 ລ້ານປີກ່ອນ ຄຽງຂ້າງກັບສັດໃຫຍ່ ເຊັ່ນ Stegosaurus ແລະ Diplodocus, ໄດ້ຖືກເປີດເຜີຍ ຢູ່ທີ່ພິພິດທະພັນ ປວັດສາດທັມມະຊາດ (Natural History Museum) ຂອງ London.
ລາຍງານກ່ຽວກັບຄ່າໄປພົບໝໍຊ່ຽວຊານ
FULLລາຍງານຈາກສະຖາບັນ Grattan ກ່າວວ່າ ຜູ້ຊ່ຽວຊານບາງຄົນໃນພາກເອກກະຊົນ ເກັບເງິນຈາກຄົນໄຂ້ ສອງເຖິງສາມເທົ່າ ຫລາຍກວ່າອັດຕາທີ່ Medicare ກໍານົດໄວ້ ສໍາລັບການບໍຣິການເຫລົ່ານັ້ນ. ລາຍງານຍັງພົບວ່າ ຄ່າການປິ່ນປົວທີ່ສູງ ໄດ້ເຮັດໃຫ້ຊາວອອສເຕຣເລັຍ ເກືອບສອງລ້ານຄົນ ຊັກຊ້າ ຫລືບໍ່ໄປຕາມນັດຫມາຍ ກັບທ່ານຫມໍຜູ້ຊ່ຽວຊານ.
How does media work in Australia? - ສື່ໃນອອສເຕຣເລັຍ ເຮັດວຽກແນວໃດ?
FULLA free, independent and diverse press is a fundamental pillar of democracy. Australia has two taxpayer-funded networks that serve the public interest (ABC and SBS), plus a variety of commercial and community media outlets. Although publicly funded media receives money from the government, it is unlike the state-sponsored outlets found overseas. - ສື່ທີ່ເສຣີ, ເປັນອິດສຣະ ແລະມີຄວາມແຕກຕ່າງກັນ ເປັນເສົາຫຼັກຂອງລະບອບປະຊາທິປະໄຕ. ອອສເຕຣເລັຍ ມີເຄືອຂ່າຍສອງແຫ່ງ ໃຫ້ບໍຣິການ ເພື່ອຜົນປໂຍດຂອງສັງຄົມ (ABC ແລະ SBS), ພ້ອມທັງສື່ທາງການຄ້າ (Commercial Media) ແລະສື່ສານຊຸມຊົນ. ເຖິງແມ່ນວ່າ ສື່ທີ່ໄດ້ຮັບເງິນຈາກຣັຖບານ, ແຕ່ມັນບໍ່ຄືກັນ ກັບສື່ທີ່ໄດ້ຮັບການສນັບ ສນູນຈາກຣັດ ທີ່ພົບໃນຕ່າງປະເທດ.
ການໂຈມຕີຢູ່ໂບດ Greek Orthodox ໃນ Syria.
FULLມີຜູ້ລະເບີດຂ້າຕົວຕາຍ ໄດ້ໂຈມຕີໂບດ Greek Orthodox ທີ່ເຕັມໄປດ້ວຍຄົນ ໃນເມືອງ Damascus, ເຮັດໃຫ້ຄົນເສັຍຊີວິດ ຢ່າງຫນ້ອຍ 20 ຄົນແລະໄດ້ຮັບບາດເຈັບ ຫລາຍກວ່າ 50 ຄົນ ໃນລະຫວ່າງພິທີທາງສາສນາ (Mass) ໃນວັນອາທິດ ທີ່ໂບດ Mar Elias ໃນເມືອງ Dweila, ຊຶ່ງເປັນເຂດອາສັຍຢູ່ນອກເມືອງ. ຜູ້ນຳສາສນາ ກ່າວຫາຣັຖບານໃຫມ່ຂອງ Syria ວ່າບໍ່ສາມາດປົກປ້ອງປະຊາຊົນຂອງຕົນ.
ຄວາມຂັດແຍ່ງລະຫວ່າງ Israel ແລະ Iran.
FULLການອົບພະຍົບ ຊາວອອສເຕຣເລັຍ ອອກຈາກຕາເວັນອອກກາງ ເນື່ອງຈາກ ຄວາມຂັດແຍ່ງ ລະຫວ່າງ Israel ແລະ Iran. ແຕ່ຕອນນີ້ ການອົບພະຍົບຈາກ ຍັງບໍ່ສາມາດເຮັດໄດ້ເທື່ອ. ທັງ Israel ແລະ Iran ກໍກ່າວຫາຊຶ່ງກັນແລະກັນໃນການລະເມີດ ສັນຍາຢຸດຍິງ.
ຄວາມຂັດແຍ່ງລະຫວ່າງ Israel ແລະ Iran (SAT 2106 RNF)
FULLຄວາມເຄັ່ງຕຶງໃນຕາເວັນອອກກາງໄດ້ເພີ່ມຄວາມຮຸນແຮງຂຶ້ນ ເມື່ອ Israel ແລະ Iran ໄດ້ເປີສາກການສູ້ຣົບຕໍ່ກັນ. ຕ່າງຝ່າຍກໍປະນາມການເຮັດໃຫ້ປະຊົນເສັຍຊີວິດ ພ້ອມທັງຄວາມເສັຍຫາຍຂອງໂຄງສ້ງພື້ນຖານ. ສະຫະປະຊາຊາດກ່າວວ່າ ການໂຈມຕີຂອງ Israel ໄດ້ຂ້າຄົນຫລາຍກວ່າ400 ຄົນ ທີ່ຕ້ອງການຄວາມຊ່ອຍເຫລືອ ໃນຫລາຍອາທິດຜ່ານມານີ້.
ການທົບທວນສົນທິສັນຍາ AUKUS
FULLອາເມຣິກາ ກຳລັງທົບທວນຂໍ້ຕົກລົງ ທາງທະຫານ AUKUS, ຊຶ່ງອາດສົ່ງຜົນກະທົບ ຕໍ່ການເຂົ້າເຖິງເຮືອມຸດນ້ຳນິວເຄລັຍ ຂອງອອສເຕຣເລັຍ. ຜູ້ຊ່ຽວຊານຫຼາຍຄົນກໍກ່າວວ່າ ອອສເຕຣເລັຍຄວນ ປ່ຽນແນວຄິດກ່ຽວກັບສັນຍານີ້ຄືກັນ.
ການປະທ້ວງຕໍ່ຕ້ານ ການຄວບຄຸມການຍ້າຍຖິ່ນຖານ.
FULLDonald Trump ກ່າວວ່າ ຜູ້ກໍ່ຄວາມບໍ່ສງົບ ທີ່ໄດ້ຮັບການສນັບສນູນ ຈາກຕ່າງປະເທດ ກໍາລັງກໍ່ໃຫ້ເກີດຄວາມວຸ້ນວາຍ ແລະສັນຍາວ່າ ຈະຟື້ນຟູຄວາມສງົບ ໂດຍໃຊ້ກຳລັງຖ້າຈໍາເປັນ. ແຕ່ຜູ້ຄັດຄ້ານເວົ້າວ່າ ຄ່າໃຊ້ຈ່າຍນັ້ນຄວນເອົາມາໃຊ້ໃນການຕຽມພ້ອມສຳລັບ World Cup ຈະດີກວ່າ.
ຄຳສັ່ງສານກ່ຽວກັບການໃຊ້ທະຫານຂອງ Trump
FULLຜູ້ພິພາກສາ ຣັຖບານກາງ ຂອງສະຫະຣັດອາເມຣິກາ ໄດ້ອອກຄໍາສັ່ງຫ້າມຊົ່ວຄາວ ທີ່ສັ່ງໃຫ້ປະທານາທິບໍດີ Donald Trump ຄືນການຄວບຄຸມ ກອງກຳລັງປ້ອງກັນຊາດ (National Guard) ໃຫ້ແກ່ຣັດ California. ຄໍາສັ່ງນັ້ນກ່າວວ່າ ການໃຊ້ກອງກຳລັງ ເປັນສິ່ງຜິດກົດຫມາຍ, ລະເມີດກົດທີສິບ ຂອງຣັຖທັມມະນູນ ແລະເກີນອໍານາດຕາມກົດຫມາຍ ຂອງTrump.
ໂສກນາດຕະກັມຍົນຕົກ ຂອງ Air India.
FULLມີຫລາຍກວ່າ 240 ຄົນໄດ້ເສັຍຊີວິດ, ຫລັງຈາກຍົນ Air India Dreamliner ລະຫວ່າງເດີນທາງໄປ London ປະສົບອຸບັດເຫດ ບໍ່ດົນ ຫລັງຈາກບິນຂຶ້ນຈາກ Ahmedabad-ຊຶ່ງກາຍເປັນພັຍພິບັດ ທາງອາກາດ ທີ່ຮ້າຍແຮງທີ່ສຸດ ໃນຮອບສິບປີຜ່ານມາ. ແຕ່ຈຳນວນຜູ້ເສັຍຊີວິດກໍຈະເພີ່ມຂຶ້ນເພາະຍົນໄດ້ຕົກລົງໃສ່ຫໍພັກ ຂອງວິທະຍາລັຍການແພດ.
ວັນສລອງຄົບຮອບ 50 ປີຂອງ SBS.
FULLໃນວັນທີ 9 ເດືອນມິຖຸນາ ປີ 1975 'Radio Ethnic Australia' ໄດ້ເປີດໂຕ-ຊຶ່ງເປັນການທົດລອງທີ່ກ້າຫານ ໂດຍ Al Grassby, ຜູ້ເປັນກັມມາທິການຣັຖບານ ຄົນທໍາອິດ ດ້ານຄວາມສໍາພັນ ຂອງຊຸມຊົນ(Community Relations) ໃນຂນະນັ້ນ.
ການຕໍ່ຕ້ານການກວດຄົນເຂົ້າເມືອງ ໃນອາເມຣິກາ.
FULLDonald Trump ໄດ້ອະນຸມັດ ການສົ່ງກອງກຳລັງປ້ອງກັນຊາດ (National Guard) 2,000 ຄົນ ໃນຂນະທີ່ການປະທ້ວງ ຕໍ່ຕ້ານການບຸກກວດຄົນເຂົ້າເມືອງ ໃນ Los Angeles ຍັງດຳເນີນຕໍ່ໄປ. ມີຜູ້ປະທ້ວງທີ່ເວົ້າວ່າ ເຂົາເຈົ້າໄດ້ຖືກຍິງດ້ວຍລູກປືນຢາງ, ພ້ອມດ້ວຍພາບທີ່ສະແດງໃຫ້ເຫັນວ່າ ມີການໃຊ້ແກັສນ້ຳຕາ ແລະໄຟຢູ່ຕາມຖນົນ.
ການເພີ່ມຂຶ້ນຂອງ ປະກັນພັຍທັມມະຊາດ.
FULLນອກຈາກຄວາມຫຍຸ້ງຍາກໃນການທຳຄວາມສະອາດຫຼັງຈາກການເກີດພັຍທັມມະຊາດແລ້ວ, ຍັງມີປັນຫາຫຼາຍຢ່າງທີ່ຕາມມາ ເຊັ່ນ ການສ້ອມແປງ ບ້ານເຮືອນ, ຄ່າໃຊ້ຈ່າຍທັນທີ, ການສູນເສັຍທາງເສດຖະກິດ ແລະ ຄ່າໃຊ້ຈ່າຍດ້ານປະກັນພັຍຕ່າງໆ. ໃນເດືອນມິນາ, ສະມາຄົມ National Insurance Brokers ກ່າວວ່າ ຫນຶ່ງໃນ 25 ຄົວເຮືອນ ຂອງອອສເຕຣເລັຍ ຈະບໍ່ສາມາດປະກັນພັຍໄດ້ ພາຍໃນຫ້າປີ, ເພາະພັຍທັມມະຊາດທີ່ເພີ່ມຂຶ້ນ.
ສະຖານະພາບພູມອາກາດທົ່ວໂລກ.
FULLອົງການອຸຕຸນິຍົມໂລກ (The World Meteorological Organisation) ໄດ້ວາງແຜນການປ່ຽນແປງເຫລົ່ານີ້ ໃນເຂດພາກພື້ນຂອງເຮົາ, ໂດຍເນັ້ນຫນັກ ເຖິງຜົນກະທົບ ທີ່ມັນມີ ບໍ່ພຽງແຕ່ຢູ່ເທິງແຜ່ນດິນເທົ່ານັ້ນ, ແຕ່ໃນມະຫາສມຸດ ໃນເຂດພາກພື້ນຂອງເຮົານໍາອີກ.
ມາທຳຄວາມຮູ້ຈັກກັບ Atrial-Fibrillation
FULLAtrial-Fibrillation ຫຼື AF ເປັນໂຣກທີ່ຈັງຫວະການເຕັ້ນຂອງຫົວໃຈ ທີ່ປົກກະຕິ ແລະສມ່ຳສເມີ ຖືກປ່ຽນແທນດ້ວຍ ຄວາມວຸ່ນວາຍທາງໄຟຟ້າ ໃນຫ້ອງທາງເທິງຂອງຫົວໃຈ ຊຶ່ງເຮັດໃຫ້ປະສິດທິພາບ ຂອງການສູບເລືອດຂອງຫົວໃຈ ຫລຸດລົງຢ່າງຫລວງຫລາຍ. Atrial-Fibrillation -ຫລື AF- ສາມາດສົ່ງຜົນກະທົບຕໍ່ແຕ່ລະຄົນ ໃນທາງທີ່ແຕກຕ່າງກັນ. AF ຍັງເປັນສາເຫດຂອງ ປະມານຫນຶ່ງໃນສີ່ ກໍຣະນີ ຂອງໂຣກເສັ້ນເລືອດໃນສມອງ (Strokes) ແລະຄວາມສ່ຽງສູງ ຕໍ່ພາວະສມອງເສື່ອມ.
ກອງປະຊຸມຄວາມໝັ້ນຄົງທາງທະຫານ.
FULLການສົນທະນາ Shangri-La (Shangri-La Dialogue) ໃນ Singapore, ບ່ອນທີ່ຜູ້ນໍາດ້ານປ້ອງກັນປະເທດ ຈາກອອສເຕຣເລັຍ, ສະຫະຣັດອາເມຣິກາ ແລະຝຣັ່ງ ໄດ້ເນັ້ນຫນັກ ເຖິງຄວາມຈໍາເປັນ ໃນການເປັນພັນທະມິດ ທີ່ເຂັ້ມແຂງຂຶ້ນ, ປັບປຸງລະບົບການຄວບຄຸມອາວຸດໃຫມ່ ແລະການປະສານງານ ໃນການຢັບຢັ້ງ ຄວາມຮຸນແຮງໃນພູມີພາກ ແລະຄວາມເປັນຫ່ວງຫລາຍຂຶ້ນ ກ່ຽວກັບທ່າທີທາງທະຫານ ທີ່ຂຍາຍກວ້າງອອກຂອງຈີນ ແລະຄວາມທະເຍີທະຍານດ້ານ ນິວເຄລັຍຂອງມັນ.
ຂ່າວນ້ຳຖ້ວມໃນ New South Wales.
FULLເນື່ອງຈາກຝົນໄດ້ຕົກແຮງຢ່າງຕໍ່ເນື່ອງ ໃນເຂດແຄມຝັ່ງທະເລ ພາກເຫນືອຕອນກາງ ແລະເຂດ Hunter ໄດ້ສົ່ງຜົນກະທົບຫລາຍທີ່ສຸດ ຈາກນ້ຳຖ້ວມ ໃນບໍ່ດົນມານີ້, ໂດຍທີ່ມີຫລາຍສິບພັນຄົນ ຖືກໂດດດ່ຽວ ແລະຫລາຍຮ້ອຍຄົນ ຕ້ອງໄດ້ຮັບການຊ່ວຍເຫຼືອ. ນ້ຳຖ້ວມທີ່ຮ້າຍແຮງ ນັ້ນໄດ້ເຮັດໃຫ້ມີຜູ້ເສັຍຊີວິດ ຢ່າງໜ້ອຍນຶ່ງຄົນ ແລະ SES ໄດ້ເຕືອນໃຫ້ຜູ້ຄົນປະຕິບັດຕາມຄຳແນະນຳ ເພື່ອຄວາມປອດພັຍ.
ປັນຫາສຸຂະພາບຂອງຜູ້ຍິງ (ບາງຄົນ).
FULLການມີເລືອດອອກຫຼາຍ ຕອນມີປະຈຳເດືອນ ມີຜົນກະທົບ ຕໍ່ຫນຶ່ງສ່ວນສີ່ ຂອງຜູ້ຍິງ ແຕ່ສ່ວນຫຼາຍ ຈະບໍ່ຖືກກ່າວເຖິງ ໃນການສົນທະນາ ກ່ຽວກັບສຸຂະພາບຂອງຜູ້ຍິງ ແຕ່ກໍມີຄວາມເປັນຫ່ວງ ກ່ຽວກັບການຂາດການເວົ້າເຖິງ ໂດຍສະເພາະກ່ຽວກັບເລື້ອງນີ້. ມີການຮຽກຮ້ອງ ໃຫ້ມີການປ່ຽນແປງຄໍາສັບ ເພື່ອທ້າທາຍ ຂໍ້ຫ້າມເຫຼົ່ານີ້ ໂດຍສະເພາະການໃຊ້ພາສາທາງການແພດ.
ການແຕກກັນຂອງ ພັນທະມິດ (The Coalition).
FULLThe Coalition, ຊຶ່ງປະກອບດ້ວຍພັກ Liberal ແລະພັກ National, ໄດ້ຍຸບໂຕເອງລົງ-ເປັນຜົນມາຈາກ ການເສັຍໄຊຢ່າງຫນັກ ໃນການເລືອກຕັ້ງໃນວັນທີ 3 ເດືອນພຶດສະພາ. ເຖິງແມ່ນວ່າ ມັນເປັນການຮ່ວມມື ທີ່ຍາວນານກວ່າແປດສິບປີ-ແຕ່ບັດນີ້ ມັນບໍ່ໄດ້ເປັນເຊັ່ນນັ້ນ ອີກຕໍ່ໄປ. ແຕ່ໃນສ່ວນເລິກໆແລ້ວ, ທັງສອງພັກນີ້ ມີຄວາມແຕກຕ່າງກັນຫຼາຍຢ່າງ.
ມະເຮັງຕ່ອມ ລູກໝາກ (Prostate Cancer) ຂອງຊາວອົບພະຍົບ.
FULLໂຣກມະເຮັງຕ່ອມລູກໝາກ (Prostate Cancer) ເປັນໂຣກມະເຮັງ ທີ່ພົບເຫັນຫຼາຍທີ່ສຸດ ສໍາລັບຜູ້ຊາຍອອສເຕຣເລັຍ, ແລະຖ້າຫາກ ຖືກພົບເຫັນໃນຕອນຕົ້ນ, ມັນກໍງ່າຍທີ່ຈະປິ່ນປົວ. ແຕ່ຜູ້ຊາຍ ທີ່ມາຈາກວັດທະນະທັມ ແລະພາສາທີ່ແຕກຕ່າງກັນ ສ່ວນຫລາຍ ຈະຖືກກວດພົບວ່າ ເປັນໂຣກມະເຮັງໃນຕ່ອມລູກໝາກ (Prostate Cancer) ທີ່ມີຄວາມສ່ຽງສູງ ຫລືໃນໄລຍະລຸກລາມ ຫລາຍກວ່າຊາວອອສເຕຣເລັຍຄົນອື່ນໆ.
ຢາໃຫມ່ ສຳລັບໂຣກຄວາມຈໍາເສື່ອມ (Alzheimer).
FULLອົງການຄວບຄຸມ ຢາຮັກສາໂຣກ (Therapeutic Drug Administration) ຂອງອອສເຕຣເລັຍ ໄດ້ອະນຸມັດຢາໃຫມ່ Donanemab ທີ່ສາມາດໃຫ້ຄວາມຫວັງ ແກ່ຄົນທີ່ເປັນໂຣກຄວາມຈໍາເສື່ອມ (Alzheimer). ປະຈຸບັນນີ້ ມັນບໍ່ໄດ້ຖືກບັນຈຸ ຢູ່ໃນໂຄງການຜົນປໂຍດທາງຢາ(Pharmaceutical Benefits Scheme), ແລະມີຄ່າໃຊ້ຈ່າຍ ປະມານ 4,700ໂດລາຕໍ່ເດືອນ, ໂດຍການປິ່ນປົວ ໃຊ້ເວລາ 12 ເຖິງ 18 ເດືອນ.
ວ່າດ້ວຍ ໂຣກລຳໄສ້ອັກເສບ (Inflammatory Bowel Disease).
FULLເມື່ອກ່າວເຖິງໂຣກລຳໄສ້ອັກເສບ ຫລື Inflammatory Bowel Disease (IBD), ອອສເຕຣເລັຍ ເປັນຜູ້ນໍາລະດັບໂລກ-ໂດຍຈໍານວນຄົນ ທີ່ໃຊ້ຊີວິດກັບອາການນີ້ ເພີ່ມຂຶ້ນຢ່າງໄວ. ແຕ່ເຖິງແມ່ນວ່າ ສາເຫດທີ່ແທ້ຈິງຂອງໂຣກນີ້ ຍັງບໍ່ເປັນທີ່ຮູ້ຈັກ, ແຕ່ເຮົາກໍມີຄວາມເຂົ້າໃຈຫລາຍຂຶ້ນ ກ່ຽວກັບວິທີ ທີ່ເຮົາສາມາດດໍາລົງຊີວິດກັບ IBD, ແລະອາດປ້ອງກັນມັນໄດ້.
ບົດບາດຂອງ A-I ໃນການດູແລສຸຂະພາບ.
FULLA-I ເລີ້ມມີບົດບາດຫຼາຍຂຶ້ນ ໃນການດູແລສຸຂະພາບ... ແຕ່ຜູ້ຊ່ຽວຊານກ່າວວ່າ ຍັງຕ້ອງໃຊ້ເວລາອີກຫຼາຍໃນການຈະໃຫ້ A-I ຖືກນຳໃຊ້ຢ່າງມີປະສິດຖິພາບ ແລະຫຼາຍຄົນກໍເວົ້າວ່າ A-I ຈະບໍ່ສາມາດທົດແທນວຽກງານທີ່ມະນຸດເທົ່ານັ້ນທີ່ຈະສາມາດເຮັດ ໂດນສະເພາະເມື່ອກ່ຽວຂ້ອງກັບ ວັດທະນະທັມ ແລະພາສາ.
ໂຣກມະເຮັງເມັດເລືອດ ໃນອອສເຕຣເລັຍ.
FULLມູນນິທິມະເຮັງເມັດເລືອດ (The Leukaemia Foundation) ກ່າວວ່າ ຫນຶ່ງໃນ 12 ຄົນໃນອອສເຕຣເລັຍ ມີຄວາມສ່ຽງ ທີ່ຈະຖືກກວດພົບວ່າ ເປັນໂຣກມະເຮັງເມັດເລືອດ, ແຕ່ການຂາດຄວາມຮູ້ ກ່ຽວກັບອາການ ຫມາຍຄວາມວ່າ ໂຣກມະເຮັງຫລາຍຢ່າງ ບໍ່ໄດ້ຖືກກວດພົບ ເປັນເວລານານ. ມູນນິທິກ່າວວ່າ ໂຣກມະເຮັງເມັດເລືອດ ອາດຈະແຊງໜ້າ ໂຣກມະເຮັງອື່ນໆ ໃນປີ 2035.
ການດູແລໄລຍະສຸດທ້າຍທີ່ເຫມາະສົມ ກັບວັດທະນະທັມ.
FULLຫຼາຍກວ່າ 37% ຂອງຊາວອອສເຕຣເລັຍ ທີ່ມີອາຍຸສູງກວ່າ 65 ປີມາຈາກປະເທດອື່ນ. ສະນັ້ນ, ເຮົາຈຶ່ງມີສັງຄົມ ທີ່ມີຫຼາຍວັດທະນະທັມ.ສະນັ້ນ, ຕ້ອງໃຫ້ແນ່ໃຈວ່າ ທຸກຄົນມີແຜນການດູແລ ທີ່ເນັ້ນບຸກຄົນ ເປັນສູນກາງ (Person-centered) ການສົ່ງເສີມ ວິທີທາງທີ່ເຫັນອົກເຫັນໃຈ, ເພື່ອສະແດງຄວາມເຄົາຣົບໃນການເລືອກຂອງຜູ້ຄົນໃນປີສຸດທ້າຍ, ເດືອນ ແລະວັນສຸດທ້າຍ ຂອງຊີວິດ.
ລະດູສັກວັກຊີນປ້ອງກັນຫວັດ ມາຮອດແລ້ວ.
FULLປີນີ້ ຈະເປັນລະດູໄຂ້ຫວັດ ທີ່ຮ້າຍແຮງຫລືບໍ່ນັ້ນ ແມ່ນຂຶ້ນຢູ່ກັບປັດຈັຍຫລາຍຢ່າງ. ຫລັງຈາກຈໍານວນຄົນຕິດໄຂ້ຫວັດ ເປັນປວັດການປີກາຍນີ້ ໃນອອສເຕຣເລັຍ, ຜູ້ຊ່ຽວຊານ ໄດ້ເຕືອນຊາວອອສເຕຣເລັຍທຸກຄົນ ເຖິງຄວາມຈໍາເປັນ ທີ່ຈະໄດ້ຮັບການສັກວັກຊີນ Vaccine ປະຈໍາປີຄັ້ງໃຫມ່ ພ້ອມທັງ ໃຊ້ມາດຕະການ ທາງສຸຂະອະນາມັຍອື່ນໆ ເພື່ອຫລຸດຜ່ອນຄວາມສ່ຽງຂອງເຂົາເຈົ້າ.
Boost or burden? The cost of Australia's refugee intake - ແມ່ນການສົ່ງເສີມ ຫລື ເປັນພາລະ? ຄ່າໃຊ້ຈ່າຍສໍາລັບການຮັບອົບພະຍົບຂອງອອສເຕຣເລັຍ.
Australia has spent $13 billion on offshore processing in over a decade. Human rights experts believe there's a less costly, more compassionate way. - ອອສເຕຣເລັຍ ໄດ້ໃຊ້ເງິນ 13 ພັນລ້ານໂດລາ ສໍາລັບຂະບວນການປະເມີນນອກຝັ່ງ (Offshore processing) ໃນຫລາຍກວ່າສິບປີ. ຜູ້ຊ່ຽວຊານ ເລື່ອງສິດທິມະນຸດ ເຊື່ອວ່າ ມີວິທີ ທີ່ມີຄ່າໃຊ້ຈ່າຍຫນ້ອຍກວ່າ ແລະມີຄວາມເຫັນອົກເຫັນໃຈຫລາຍກວ່າ.
ຜົນຂອງຜູ້ລົງສມັກເລືອກຕັ້ງອິດສຣະປີນີ້.
ເຖິງແມ່ນວ່າ ຜູ້ລົງສມັກເລືອກຕັ້ງອິດສຣະ ໃນການເລືອກຕັ້ງຣັຖບານກາງຈະໄດ້ຜົນດີເກີນຄວາມຄາດຫວັງ, ແຕ່ ພັກ ກໍຍັງເປັນພັກທີ່ສາມາດຈັດຕັ້ງຣັຖບານໄດ້ ດ້ວຍສຽງສ່ວນໃຫຍ່ໃນສະພາ. ສະນັ້ນ, ຜູ້ແທນອິດສຣະຍັງຈະມີບົດບາດໃນສະພາຫຼາຍປານໃດ?
ໂຄງການ 2025 (Project 2025) ແມ່ນຫຍັງ?
Project 2025 ເປັນຄູ່ມື ສໍາລັບການປະຕິຮູບຣັຖບານ ຂອງຝ່າຍຂວາທີ່ຮຸນແຮງ. 100 ມື້ ໃນການດຳຣົງຕໍາແຫນ່ງ ປະທານາທິບໍດີ, Donald Trump ໄດ້ລົງຊື່ ໃນຄໍາສັ່ງຜູ້ບໍຣິຫານ 139 ສະບັບ (ຈົນຮອດ ວັນທີ 30 ເດືອນເມສາ), ຊຶ່ງຜູ້ຊ່ຽວຊານກ່າວວ່າ ໄດ້ຮັບການດົນໃຈ ຈາກໂຄງການ 2025 (Project 2025) ນັ້ນ ຢ່າງຊັດເຈນ. ມັນເປັນເອກະສານ ນະໂຍບາຍ ທີ່ພັກ Democrats ໄດ້ອ້າງເຖິງຫຼາຍເທື່ອ ເພື່ອໂຈມຕີ Donald Trump ຕລອດໄລຍະການຫາສຽງເລືອກຕັ້ງ ຂອງສະຫະຣັດອາເມຣິກາ.
ມະເຮັງຜິວໜັງ (Melanoma)ໃນຊ່າວໜຸ່ມ ອອສເຕຣເລັຍ
ເຖິງແມ່ນວ່າຈະມີການຣົນນະຣົງໃນການປ້ອງກັນມະເຮັງຜິວໜັງໃນ ອອສເຕຣເລັຍ ເປັນເວລາຫຼາຍສິບປີແລ້ວ, ແຕ່ຊາວໜຸ່ມສມັຍນີ້ຍັງ ບໍ່ມີຄວາມຕື່ນໂຕ ຕໍ່ ອັນຕະຣາຍຂອງ ໂຣກນີ້. ຜູ້ຊ່ຽວຊານກ່າວວ່າ ອິດທິພົນຂອງ ສື່ສານມວນຊົນ ເປັນສາເຫດຫຼັກຂອງປັນຫານີ້.
ເປັນຫຍັງຄ່າປະກັນພັຍ (Premiums) ຈຶ່ງສູງຂຶ້ນທຸກປີ.
ການທົບທວນປະຈໍາປີ ຂອງ KPMG ກ່ຽວກັບການປະກັນພັຍ ພົບວ່າ ກຳໄລຂອງປະກັນພັຍ ໄດ້ເພີ່ມຂຶ້ນ ໃນປີ 2024 ໃນຂນະທີ່ ຜູ້ບໍຣິໂພກ ໄດ້ເຫັນການເພີ່ມຂຶ້ນຢ່າງຫລວງຫລາຍ ຂອງຄ່າປະກັນ (Premiums). ແຕ່ເມື່ອທັງຄ່າປະກັນພັຍ (Premiums) ແລະຜົນກຳໄລເພີ່ມຂຶ້ນ, ຜູ້ຊ່ຽວຊານບາງຄົນກ່າວວ່າ ບໍຣິສັດປະກັນພັຍ ສາມາດເຮັດໄດ້ຫລາຍກວ່ານັ້ນ ເພື່ອຮັກສາປະກັນພັຍ ໃຫ້ມີລາຄາບໍ່ແພງ ແກ່ຊາວອອສເຕຣເລັຍ.
ຄ່ຳຄືນຂອງມື້ເລືອກຕັ້ງ.
Peter Dutton ໄດ້ຍອມຮັບຄວາມພ່າຍແພ້ ຂອງພັກຮ່ວມ (the Coalition), ໂດຍທີ່ພັກ Labor ໄດ້ຮັບໄຊຊນະ ໃນການເລືອກຕັ້ງ ຣັຖບານກາງ ໃນປີ 2025. ຫລາຍຄົນຄາດວ່າ ຈະເປັນການເລືອກທີ່ໃກ້ຄຽງ, ແລະການນັບຄະແນນທີ່ຊັບຊ້ອນ ໃນຄືນການເລືອກຕັ້ງ.
ຜົນກະທົບຈາກ ການເລືອກຕັ້ງຣັຖບານກາງ
ພັກຮ່ວມ (The Coalition) ກໍາລັງຈະພົບຜົນສະທ້ອນ ທີ່ຮ້າຍແຮງທີ່ສຸດ ໃນການເລືອກຕັ້ງຣັຖບານກາງ ຫລັງຈາກການສູນເສັຍຢ່າງຫນັກ ຕໍ່ Labor ໃນຄືນທີ່ຜ່ານມາ. Peter Dutton ໄດ້ສູນເສັຍທີ່ນັ່ງຂອງລາວ ແລະເຮັດໃຫ້ພັກ Liberal ຕ້ອງເລືອກຫາຜູ້ມາແທນຕຳແໜ່ງ.
ພວກເຮົາຈະສາມາດຄາດຫວັງຫຍັງຈາກຣັຖບານ Labor ໃໝ່.
ພັກ Labor ລົງແຂ່ງຂັນ ພາຍໃຕ້ຄໍາຂວັນທີ່ວ່າ 'ການສ້າງອະນາຄົດຂອງອອສເຕຣເລັຍ (Building Australia's Future)'. Anthony Albanese ຄາດວ່າ ຍັງຄົງເປັນນາຍົກຣັຖມົນຕີ ຂອງອອສເຕຣເລັຍ-ເພາະພັກ Labor ເປັນພຽງພັກດຽວ ທີ່ສາມາດຕັ້ງຣັຖບານໄດ້. ແຕ່ຊາວອອສເຕຣເລັຍ ສາມາດຄາດຫວັງຫຍັງ ຈາກຣັຖບານຂອງ Laborທີ່ຖືກເລືອກຄືນໃຫມ່?
ຄວາມສຳຄັນຂອງໂທຣະສັບສາທາຣະນະ ຕໍ່ສັງຄົມແລະວັດທະນະທັມ.
ພວກມັນ ອາດຖືກປ່ຽນແທນ ໂດຍໂທຣະສັບມືຖື, ແຕ່ໂທຣະສັບສາທາຣະນະ ຍັງຄົງມີບົດບາດສໍາຄັນ ໃນອອສເຕຣເລັຍ. Telstra ກ່າວວ່າ ມີການໃຊ້ຫລາຍກວ່າ 25 ລ້ານເທື່ອ ຈາກໂທຣະສັບສາທາຣະນະ ໃນປີທີ່ຜ່ານມາ, ແລະຢາກເຫັນ ສາມໂທຣະສັບສາທາຣະນະ ຖືກຮັບຮູ້ວ່າ ເປັນຈຸດສຳຄັນຂອງປະເທດ.
ຄ່າໃຊ້ຈ່າຍໃນການໃຫ້ຄຳສັນຍາຕອນຫາສຽງເລືອກຕັ້ງ.
ໃນການຫາສຽງເລືອກຕັ້ງ, ທັງສອງພັກໃຫຍ່ກໍໃຫ້ຄຳສັນຍາວ່າ ຈະເຮັດຫຼາຍຢ່າງເພື່ອຈະຊນະການເລືອກຕັ້ງ. ແຕ່ໃນຄວາມເປັນຈິງແລ້ວ, ມັນຈະເປັນໄປໄດ້ຫຼືບໍ່?
ການໂຕ້ວາທີຄັ້ງສຸດທ້າຍກ່ອນມື້ເລືອກຕັ້ງ ຂອງສອງພັກໃຫຍ່.
ການໂຕ້ວາທີຄັ້ງສຸດທ້າຍກ່ອນມື້ເລືອກຕັ້ງ ຊຶ່ງກຸ່ມຜູ້ເຂົ້າຮ່ວມຕັດສິນໄດ້ຍົກໃຫ້ ນາຍົກຣັຖມົນຕີເປັນຜູ້ຊນະ... ແຕ່ໃຜຈະເປັນຜູ້ຊນະແທ້ ກໍຕ້ອງແມ່ນຫຼັງຈາກມື້ເລືອກຕັ້ງ ໃນວັນທີ 3 ພຶດສະພານີ້.
ປັນຫາເລື້ອງຄວາມອ່ອນໃນວິຊາເລກ ໃນໂຮງຮຽນ
ສະຖາບັນ Grattan ກ່າວວ່າ ນັກຮຽນຫນຶ່ງໃນສາມຄົນ ໃນໂຮງຮຽນ ອອສເຕຣເລັຍ ບໍ່ສາມາດຜ່ານການທົດສອບ ຄວາມຊໍານານໃນວິຊາເລກ. ລາຍງານໃຫມ່, ຍັງກ່າວອີກວ່າ ອອສເຕຣເລັຍ ໄດ້ຫລຸດຄວາມສໍາຄັນ ຂອງວິຊາເລກ, ໂດຍທີ່ຣັຖບານ ຊ້າເກີນໄປ ທີ່ຈະກໍາຈັດວິທີການສອນທີ່ "ຮັບຄວາມນິຍົມ"
ການໂຕ້ວາທີ ລະຫວ່າງຜູ້ນຳສອງພັກໃຫຍ່.
ຜູ້ນໍາຂອງທັງສອງພັກໃຫຍ່ ໄດ້ພົບກັນ ໃນການໂຕ້ວາທີ ຂອງຜູ້ນໍາຄັ້ງທີສອງ ທີ່ຈັດຂຶ້ນໂດຍ ABC. ນະໂຍບາຍ ເລື່ອງທີ່ຢູ່ອາສັຍ ແລະບັນຫາເລື່ອງຄວາມໝັ້ນຄົງຂອງຊາດ ໄດ້ເປັນຫົວຂໍ້ໃຫຍ່ ໃນການໂຕ້ວາທີ ລະຫວ່າງ ນາຍົກຣັຖມົນຕີ Anthony Albanese ແລະຜູ້ນໍາຝ່າຍຄ້ານ Peter Dutton.
ອີກປະເດັນນຶ່ງຂອງການຫາສຽງ.
ມີລາຍງານວ່າ ຣັສເຊັຍ ໄດ້ຂໍຮ້ອງອິນໂດນີເຊັຍ ໃຫ້ອະນຸຍາດຕັ້ງຖານທັບອາກາດ ສຳລັບຍົນບິນໄກ ໃນແຂວງ Papua ຂອງອິນໂດນີເຊັຍ... ແລະນີ້ກໍກາຍເປັນປະເດັນການເມືອງໃນ ອອສເຕຣເລັຍ ເມື່ອມື້ເລືອກຕັ້ງໄດ້ໃກ້ເຂົ້າມາ.
ປະເດັນສຳຄັນ ໃນການເລືອກຕັ້ງໃນ Torres Strait.
ຜູ້ອອກສຽງເລືອກຕັ້ງ ຢູ່ໃນເຂດ Torres Strait ກໍາລັງຕຽມພ້ອມ ທີ່ຈະອອກສຽງ ໃນການເລືອກຕັ້ງ ໃນເດືອນພຶດສະພານີ້. ການປ່ຽນແປງຂອງສະພາບອາກາດ ແລະຄວາມຫມັ້ນຄົງຂອງນ້ຳ ໄດ້ກາຍເປັນປະເດັນສໍາຄັນ ໃນການອອກສຽງຂອງຜູ້ນໍາ.
ຂໍ້ມູນທີ່ຜິດ-ຂໍ້ມູນທີ່ບໍ່ຖືກຕ້ອງ-ໃນການເລືອກຕັ້ງ.
ລາຍງານໂດຍ the Australian Curriculum, Assessment and Reporting Authority ສະແດງໃຫ້ເຫັນວ່າ ພຽງແຕ່ຫນຶ່ງໃນສີ່ຄົນ ຂອງນັກຮຽນ ປີ 10 ທີ່ຊ່ຽວຊານ ໃນດ້ານໜ້າທີ່ພົນລະເມືອງ, ຊຶ່ງຮວມເຖິງ ແນວຄິດ ເຊັ່ນລະບອບປະຊາທິປະໄຕ, ວິທີການອອກກົດຫມາຍ ແລະບົດບາດຂອງຣັຖບານ. ນັບຕັ້ງແຕ່ ການເລືອກຕັ້ງຂອງຣັຖບານກາງ ໃນປີ 2016, ມີຄວາມເປັນຫ່ວງວ່າ WeChat ນັ້ນເຕັມໄປດ້ວຍ ຂໍ້ມູນທີ່ບິດເບືອນ ກ່ຽວກັບພັກການເມືອງໃຫຍ່, ນະໂຍບາຍ ແລະແມ່ນແຕ່ ວິທີທີ່ຈະອອກສຽງ ເລືອກຕັ້ງ.
How to vote in the federal election - ວິທີລົງຄະແນນສຽງ ໃນການເລືອກຕັ້ງ ຣັຖບານກາງ.
On election day the Australian Electoral Commission anticipates one million voters to pass through their voting centres every hour. Voting is compulsory for everyone on the electoral roll, so all Australians should familiarise themselves with the voting process before election day. - ໃນມື້ເລືອກຕັ້ງ, ຄນະກັມມະການ ການເລືອກຕັ້ງ ຂອງອອສເຕຣເລັຍ(The Australian Electoral Commission), ຫລື AEC, ຄາດວ່າຈະມີຜູ້ອອກສຽງຫນຶ່ງລ້ານຄົນ ທີ່ສູນເລືອກຕັ້ງຂອງເຂົາເຈົ້າ ທຸກຊົ່ວໂມງ. ການອອກສຽງ ເປັນສິ່ງບັງຄັບຖ້ າຫາກທ່ານຢູ່ໃນທະບຽນຂອງຜູ້ມີສິດເລືອກຕັ້ງ. ສະນັນ ຊາວອອສເຕຣເລັຍທຸກຄົນ ຄວນທຳຄວາມຄຸ້ນເຄີຍກັບຂັ້ນຕອນ ການອອກສຽງ ກ່ອນມື້ເລືອກຕັ້ງ.
ມາທຳຄວາມຮູ້ຈັກກັບພັກ Liberal Party
ມາທຳຄວາມຮູ້ຈັກກັບພັກການເມືອງອີກພັກນຶ່ງຂອງອອສເຕຣເລັຍ ກ່ອນການເລືອກຕັ້ງປີນີ. ພັກ Liberal Party ເຄີຍມີນາຍົກຣັຖມົນຕີທີ່ດຳຣົງຕຳແນງຍາວນານທີ່ສຸດໃນການເມືອງອອສເຕຣເລັຍ. ແຕ່ Liberal Party ແມ່ນໃຜ ແລະມາຈາກໃສ?
ພັກແຫ່ງຊາດອອສເຕຣເລັຍ (The National Party of Australia).
ມາທຳຄວາມຮູ້ຈັກກັບພັກການເມືອງອີກພັກນຶ່ງຂອງອອສເຕຣເລັຍ ກ່ອນການເລືອກຕັ້ງປີນີ. ພັກແຫ່ງຊາດອອສເຕຣເລັຍ (The National Party of Australia). ຍັງເປັນທີ່ຮູ້ຈັກໃນນາມ the Nationals ຫລື the Nats. ເຂົາເຈົ້າ ເປັນທີ່ຮູ້ຈັກກັນດີ ດ້ານຫມວກໃຫຍ່ ແລະແນໃສ່ພູມີພາກ ຂອງອອສເຕຣເລັຍ. ແຕ່ the Nationals ແມ່ນໃຜ ແລະມາຈາກໃສ?
ຝ່າຍຄ້ານ ອາດເນຣະເທດອາດຊະຍາກອນ ຫາກໄດ້ເປັນຣັຖບານ
Peter Dutton ຜູ້ນໍາຝ່າຍຄ້ານ ໄດ້ສເນີທາງເລືອກ ທີ່ຈະຈັດການໃຫ້ມີການລົງປະຊາມະຕິ (Referendum) ເພື່ອມີອໍານາດ ທີ່ຈະຂັບໄລ່ຄົນສອງສັນຊາດ ທີ່ມີຄວາມຜິດທາງອາຍາ. ໃນປີ 2022, ສານສູງໄດ້ຕັດສິນວ່າ ຣັຖມົນຕີ ບໍ່ສາມາດຖອນສັນຊາດ ຈາກອາດຊະຍາກອນໄດ້, ໂດຍຖືວ່າ ມັນຂັດຕໍ່ຣັຖທັມມະນູນ ທີ່ນັກການເມືອງ ຈະມີສິດລົງໂທດທາງອາຍາ.
Peter Dutton ຍອມຮັບຜິດກ່ຽວກັບນະໂຍບາຍເລືອກຕັ້ງ.
ຜູ້ນໍາຝ່າຍຄ້ານ ຂອງຣັຖບານກາງ, Peter Dutton, ໄດ້ປະຖິ້ມແຜນການ ທີ່ຈະບັງຄັບໃຫ້ພະນັກງານຣັຖບານ ຄືນໄປເຮັດວຽກ ໃນຫ້ອງການ. ແລະຍອມຮັບວ່າ ນະໂຍບາຍນັ້ນ ເປັນຄວາມຜິດພາດ.