PLAY PODCASTS
SBS Lao - SBS ພາ​ສາ​ລາວ

SBS Lao - SBS ພາ​ສາ​ລາວ

779 episodes — Page 9 of 16

ຜົນການທົດສອບເທື່ອສຸດທ້າຍ ຂອງ NAPLAN

ທຸກໆປີ, ນັກຮຽນທົ່ວອອສເຕຣເລັຍ ຈະສອບເສັງ NAPLAN, ຊຶ່ງວັດແທກ ຄວາມຊໍານານໃນການຮູ້ໜັງສື (Literacy) ແລະການຄິດໄລ່ (Numeracy). ປີນີ້, ນັກຮຽນຫລາຍກວ່າ 1.3 ລ້ານຄົນ ຈາກຫລາຍກວ່າເກົ້າພັນໂຮງຮຽນ (9431) ຂອງປີ ສາມ, ຫ້າ, ເຈັດ ແລະເກົ້າ ໄດ້ເຂົ້າສອບເສັງ. ບັດນີ້ລາຍງານຂອງ NAPLAN ໄດ້ອອກແລ້ວ, ແລະເປີດເຜີຍວ່ານັກຮຽນ ນຶ່ງໃນສາມຄົນ ໄດ້ຄະແນນຕ່ຳກວ່າມາດຕະຖານຂອງປະເທດ.

Sep 4, 20246 min

How to protect your home from Australia’s common pests - ປົກປ້ອງເຮືອນຂອງທ່ານ ຈາກສັດແລະແມງຕ່າງໆ ໃນອອສເຕຣເລັຍ.

Cold weather does not mean a pest-free home. Some pests, like termites, remain active all-year round and winter is peak season for mice and rats preferring your house instead of outdoors. Bed bugs and cockroaches are also on the list of invaders to look out for. Infestations have wide-ranging consequences, including hygiene risks and even home devaluation. Learn how to prevent, identify, and deal with them. - ອາກາດຫນາວ ບໍ່ໄດ້ຫມາຍຄວາມວ່າ ບ້ານເຮືອນຂອງທ່ານ ຈະປາດສະຈາກສັດແລະແມງໄມ້. ສັດແລະແມງໄມ້ ບາງຊະນິດ ເຊັ່ນປວກ ຍັງເຄື່ອນໄຫວຢູ່ຕລອດປີ ແລະລະດູຫນາວ ເປັນຊ່ວງທີ່ໜູ ມັກເຮືອນຂອງທ່ານ ແທນການຢູ່ນອກເຮືອນ. ເຮືອດ ແລະແມງສາບ ກໍຢູ່ໃນລາຍຊື່ ຂອງຜູ້ບຸກລຸກ ທີ່ຕ້ອງລະວັງເຊັ່ນກັນ. ການລະບາດ ມີຜົນກະທົບທີ່ກວ້າງ ລວມທັງຄວາມສ່ຽງດ້ານສຸຂະອະນາມັຍ ແລະແມ່ນແຕ່ການຫລຸດຄຸນຄ່າເຮືອນ. ຮຽນຮູ້ວິທີລະບຸ, ປ້ອງກັນ ແລະ ຮັບມືກັບສິ່ງເຫຼົ່ານີ້.

Sep 4, 202411 min

ມີການຮຽກຮ້ອງ ໃຫ້ຫ້າມໂຄສະນາການພະນັນທັງໝົດ.

ສະພາຊຸມຊົນຫຼາຍວັດທະນະທັມ (The Multicultura lCommunities Council-MCC) ຂອງ New South Wales ກ່າວວ່າ ຜູ້ຄົນທີ່ແຕກຕ່າງທາງວັດທະນະທັມ ແລະພາສາ ມີຄວາມສ່ຽງເປັນພິເສດ, ແລະບໍ່ມີຫຍັງຫນ້ອຍກວ່າ ການສັ່ງຫ້າມທັງໝົດເທົ່ານັ້ນ ຈຶ່ງເປັນທີ່ຍອມຮັບໄດ້. ແຕທາງ ຣັຖບານຍັງບໍ່ໄດ້ປະຕິບັດຕາມຄຳແນະນຳຂອງຜູ້ແທນຂອງພັກຕົນເອງ.

Aug 27, 20246 min

Embracing the wisdom of traditional Indigenous medicine - ຮັບເອົາພູມປັນຍາ ຂອງການປິ່ນປົວແບບດັ້ງເດີມຂອງຊາວພື້ນເມືອງ

Understanding and respecting Indigenous knowledge of medicine may be the key to providing more holistic and culturally sensitive care in today's healthcare setting. - ການເຂົ້າໃຈ ແລະຄວາມເຄົາຣົບ ຄວາມຮູ້ດ້ານການແພດ ຂອງຊາວພື້ນເມືອງ ອາດເປັນຈຸດສໍາຄັນ ໃນການໃຫ້ການດູແລ ແບບຮອບດ້ານ ແລະມີຄວາມເຂົ້າໃຈ ທາງວັດທະນະທັມ ໃນການດູແລສຸຂະພາບ ໃນປະຈຸບັນ.

Aug 27, 202412 min

ສາຍພັນໃຫມ່ຂອງ mpox ຫຼື monkeypox ຫຼືໝາກສຸກລີງ.

ນອກຈາກ ບາງປະເທດໃນ Africa ແລ້ວ, ຍັງ ມີລາຍງານຜູ້ປ່ວຍໃຫມ່ ຈາກ mpox ໃນ Pakistan ຫຼັງຈາກມີລາຍງານ ຈາກສະວີເດັນ. ອົງການອະນາມັຍໂລກ (World Health Organisation) ໄດ້ປະກາດການແຜ່ຂຍາຍຢ່າງໄວ ຂອງສາຍພັນ Clade 1b ວ່າເປັນເລື່ອງສຸກເສີນດ້ານສາທາຣະນະສຸກນາໆຊາດ, ຊຶ່ງເປັນລະດັບການແຈ້ງເຕືອນສູງສຸດ.

Aug 27, 20247 min

ອາຫານເດັກ ໃນອອສເຕຣເລັຍ ບໍ່ຜ່ານມາດຕະຖານຂອງ WHO.

ບໍຣິສັດອາຫານເດັກຫລາຍແຫ່ງ ຕິດປ້າຍຜລິດຕະພັນຂອງເຂົາເຈົ້າ ທີ່ບໍ່ແມ່ນຄວາມຈິງ, ເຮັດໃຫ້ພໍ່ແມ່ ແລະຜູ້ດູແລເຊື່ອວ່າ ມັນດີຕໍ່ສຸຂະພາບຂອງເດັກ. ການຄົ້ນຄວ້າໃຫມ່ ໂດຍ George Institute for Global Health ໄດ້ເປີດເຜີຍ ຈໍານວນທີ່ໜ້າຕົກໃຈ ໃນການອ້າງ ທີ່ບໍ່ມີການຄວບຄຸມຂອງຜລິດພັນອາຫານເດັກນ້ອຍທົ່ວປະເທດ ທີ່ເຮັດໃຫ້ພໍ່ແມ່ ເຊື່ອວ່າຜລິດພັນ ທີ່ເຕັມໄປດ້ວຍນ້ຳຕານເຫລົ່ານີ້ ດີຕໍ່ສຸຂະພາບ.

Aug 27, 20248 min

ການຂຶ້ນຄ່າແຮງຂອງພະນັກງານດູແລເດັກ.

ພະນັກງານດູແລເດັກ ຈະໄດ້ຮັບເງິນເພີ່ມຕື່ມ 103 ໂດລາຕໍ່ອາທິດ ຕັ້ງແຕ່ເດືອນທັນວາ, ຈາກນັ້ນ ຈະເພີ່ມອີກ 155 ໂດລາຕໍ່ອາທິດ ຕັ້ງແຕ່ເດືອນທັນວາ ປີ 2025. ແຕ່ຝ່າຍຄ້ານກ່າວວ່າ ພວກເຂົາເຈົ້າ ສນັບສນູນການຂຶ້ນຄ່າແຮງ ແຕ່ກໍກ່າວຕິຕຽນຣັຖບານ Albanese ສໍາຫລັບອັດຕາເງິນເຟີ້ທີ່ເພີ້ມຂຶ້ນ.

Aug 20, 202410 min

Is your child being bullied at school or online? Key steps you need to take - ລູກຫຼານຂອງທ່ານ ຖືກກັ່ນແກ້ງ (Bullying) ຢູ່ໂຮງຮຽນ ຫລືຢູ່ໃນອິນເຕີເນັດບໍ່? ຂັ້ນຕອນສໍາຄັນ ທີ່ທ່ານຕ້ອງເຮັດ.

Experts say that dealing with bullying behaviours is never easy but always necessary, as the harm caused can impact children for years. To provide up-to-date advice on supporting a child experiencing bullying at school or online, we consult specialists in education, psychology, and cyberbullying response. - ຜູ້ຊ່ຽວຊານກ່າວວ່າ ການຮັບມືກັບພຶດຕິກັມ ການກັ່ນແກ້ງ(Bullying) ບໍ່ໄດ້ເປັນເລື່ອງງ່າຍ ແຕ່ຈໍາເປັນສເມີ, ເພາະຄວາມເສັຍຫາຍທີ່ເກີດຂຶ້ນ ສາມາດສົ່ງຜົນກະທົບ ຕໍ່ເດັກນ້ອຍ ເປັນເວລາຫລາຍປີ. ເພື່ອໃຫ້ຄໍາແນະນໍາຫຼ້າສຸດ ກ່ຽວກັບການສນັບສນູນເດັກນ້ອຍ ທີ່ປະສົບກັບການກັ່ນແກ້ງ (Bullying) ຢູ່ໂຮງຮຽນ ຫຼືທາງອິນເຕີເນັດ, ພວກເຮົາປຶກສາກັບຜູ້ຊ່ຽວຊານ ດ້ານການສຶກສາ, ຈິດຕະວິທຍາ ແລະການຮັບມືກັບການກັ່ນແກ້ງ (Bullying) ທາງອິນເຕີເນັດ.

Aug 20, 202412 min

ການບັງຄັບແຕ່ງງານ ແມ່ນຄະດີອາຍາ.

ການບັງຄັບແຕ່ງງານ ແມ່ນເລື້ອງຜິດກົດໝາຍໃນອອສເຕຣເລັຍ ມາເປັນເວລາຫຼາຍກວ່າສິບປີແລ້ວ ແຕ່ບໍ່ມີໃຜຖືກລົງໂທດ....ຈົນເຖິງປີນີ້.ການແຕ່ງງານ ທີ່ຖືກຈັດໄວ້ (Arranged marriages), ແຕກຕ່າງຈາກການແຕ່ງງານທີ່ຖືກບັງຄັບ (Forced marriages) ຢ່າງຊັດເຈນ. ການບັງຄັບແຕ່ງງານ ແມ່ນຕອນທີ່ຄົນແຕ່ງງານ ເຮັດໂດຍບໍ່ ຍິນຍອມ ແລະບໍ່ມີອິດສຣະຢ່າງເຕັມທີ່.

Aug 20, 20247 min

ຄວາມສ່ຽງຂອງມະເຮັງຜິວຫນັງຢ່າງອື່ນ ທີ່ບໍ່ແມ່ນ Melanoma

ແຕ່ເຖິງແມ່ນວ່າ Melanoma ຕາມປົກກະຕິແລ້ວ ເປັນໂຣກມະເຮັງຜິວຫນັງທີ່ຮ້າຍແຮງທີ່ສຸດ ໃນອອສເຕຣເລັຍກໍຕາມ ແຕ່ກໍຍັງມີໂຣກມະເຮັງຜິວຫນັງ ປະເພດຫນຶ່ງທີ່ບໍ່ແມ່ນ Melanoma ທີ່ເຮັດໃຫ້ເກີດຄວາມເປັນຫ່ວງ ຊຶ່ງເຮັດໃຫ້ມີການຕາຍ ສູງຂຶ້ນສອງເທົ່າ ໃນໄລຍະ 20 ປີຜ່ານມາ.

Aug 20, 20245 min

ການທົບທວນ ສັງຄົມຫຼາຍວັດທະນະທັມຂອງອອສເຕຣເລັຍ.

ເມື່ອຫ້າສິບປີກ່ອນ, ຣັຖມົນຕີ ຂອງຣັຖບານພັກແຮງງານ ທ່ານ Al Grassby ໄດ້ຮຽກຮ້ອງໃຫ້ຊາວອອສເຕຣເລັຍ ໃຫ້ຮັບເອົາເອກກະລັກ ຂອງວັດທະນະທັມ ທີ່ນັບມື້ນັບເຕີບໂຕຂຶ້ນ. ບັດນີ້, ການທົບທວນຢ່າງກວ້າງຂວາງ ໄດ້ກວດສອບສະຖານະ ຂອງສັງຄົມຫຼາຍວັດທະນະທັມ ຂອງອອສເຕຣເລັຍ.

Aug 13, 20245 min

ວ່າດ້ວຍ ໂຣກຕັບອັກເສບ (Hepatitis)

ໂຣກຕັບອັກເສບ (Hepatitis) ມີຫຼາຍປະເພດ. ບາງປະເພດສາມາດປິ່ນປົວໄດ້ ແຕ່ບາງປະເພດກໍຍັງບໍ່ມີວິທີປິນປົວເທື່ອ. ແຕ່ຜູ້ຊ່ຽວຊານແນະນຳໃຫ້ຜູ້ຄົນທຳການກວດ ເພາະ ໂຣກຕັບອັກເສບ (Hepatitis) ບາງປະເພດຈະບໍ່ມີອາການ. ມີຄຳແນະນຳຫຼາຍຢ່າງໃນວິທີທີ່ຈະຫຼີກເວັ້ນການຕິດໄວຣັສນີ້.

Aug 13, 202410 min

ການເພີ່ມຂຶ້ນ ຂອງລາຄາໄຟຟ້າ

ການເພີ່ມຂຶ້ນຂອງລາຄາໄຟຟ້າໃນອອສເຕຣເລັຍ ຊຶ່ງ South Australia ໄດ້ເພີ່ມຂຶ້ນ 78 ເປີເຊັນ, New South Wales ສູງຂຶ້ນ 86ເປີເຊັນ, ໃນຂນະທີ່ Tasmania ແລະ Victoria ທັງສອງ ໄດ້ເພີ່ມຂຶ້ນ- 97ແລະ 99 ເປີເຊັນຕາມລໍາດັບ. ມີແຕ່ລາຄາຂອງ Queensland ເທົ່ານັ້ນ ທີ່ໄດ້ຫລຸດລົງ- 21 ເປີເຊັນ -ແມ່ນຄວາມຜິດປົກກະຕິ ທີ່ເກີດຈາກສະພາບອາກາດທີ່ອົບອຸ່ນ ແລະໄຟຟ້າດັບຫນ້ອຍລົງ ໃນເຄື່ອງສ້າງພະລັງງານ.

Aug 13, 20246 min

Understanding Australia’s legal system: laws, courts and accessing legal assistance - ທຳຄວາມເຂົ້າໃຈລະບົບກົດຫມາຍຂອງອອສເຕຣເລັຍ: ກົດຫມາຍ, ສານ ແລະ ການຊ່ວຍເຫຼືອທາງກົດຫມາຍ

Are you familiar with Australia’s legal system? As a federation of six states and two territories, Australia has laws that apply nationally, as well as laws specific to each jurisdiction. Additionally, there are parallel structures of federal and state courts. Learn the basics of how the legal system works, from understanding Australian laws to accessing legal assistance. - ທ່ານຄຸ້ນເຄີຍກັບລະບົບກົດຫມາຍຂອງອອສເຕຣເລັຍ ຫຼືບໍ່? ໃນຖານະເປັນສະຫະພັນ ຂອງຫົກຣັດ ແລະສອງເຂດປົກຄອງ, ອອສເຕຣເລັຍ ມີກົດຫມາຍທີ່ບັງຄັບໃຊ້ໃນລະດັບຊາດ, ລວມທັງກົດຫມາຍສະເພາະຕໍ່ແຕ່ລະເຂດອຳນາດສານ. ນອກນັ້ນ, ຍັງມີໂຄງຮ່າງຄ້າຍຄືກັນຂອງສານຣັຖບານກາງ ແລະ ຣັດ. ຮຽນຮູ້ພື້ນຖານກ່ຽວກັບວິທີການເຮັດວຽກຂອງລະບົບກົດຫມາຍ, ຕັ້ງແຕ່ການເຂົ້າໃຈກົດຫມາຍຂອງອອສເຕຣເລັຍ ເຖິງການເຂົ້າເຖິງການຊ່ວຍເຫຼືອດ້ານກົດຫມາຍ.

Aug 13, 202412 min

ສັບປະດາຂອງການບໍຣິຈາກອາໄວຍະວະ.

ໃນປັດຈຸບັນ ມີຊາວອອສເຕຣເລັຍປະມານ 1,800 ຄົນທີ່ກຳລັງລໍຖ້າ ການປ່ຽນອະໄວຍະວະ, ແລະອີກ 14,000 ຄົນກຳລັງຟອກໄຂ່ຫຼັງ ໃນການຮັກສາພາວະຫມາກໄຂ່ຫລັງລົ້ມເຫລວ. ຂໍ້ມູນຈາກ Donate Life ສະແດງໃຫ້ເຫັນວ່າ 4 ໃນ 5 ຄົນຂອງຊາວອອສເຕຣເລັຍ ສນັບສນູນການບໍຣິຈາກ, ແຕ່ມີພຽງແຕ່ ຫນຶ່ງໃນສາມ ເທົ່ານັ້ນ ທີ່ຈົດທະບຽນເປັນຜູ້ບໍຣິຈາກ.

Aug 6, 20246 min

Vaping: prevalence, risks, and helping your teenager quit - Vaping: ການແຜ່ລາມ, ຄວາມສ່ຽງ, ແລະການຊ່ວຍໃຫ້ລູກໄວລຸ້ນຂອງທ່ານເລີກສູບ

Major regulatory changes in 2024 have brought about restricted access to vaping products in Australia. The crackdown on what is dubbed a “major public health issue” could lead to an increased number of teens seeking support to overcome the nicotine addiction, experts think. Learn about the health risks and ways to help young people in their quitting journey. - ການປ່ຽນແປງກົດລະບຽບທີ່ສໍາຄັນ ໃນປີ 2024 ໄດ້ເຮັດໃຫ້ການເຂົ້າເຖິງ ຜລິດຕະພັນກອກຢາໄຟຟ້າ (vapes) ໃນອອສເຕຣເລັຍ ຖືກຈຳກັດ. ຜູ້ຊ່ຽວຊານຄິດວ່າ ການປາບປາມສິ່ງທີ່ເອີ້ນວ່າ "ບັນຫາສາທາຣະນະສຸກທີ່ສໍາຄັນ" ອາດຈະພາໃຫ້ໄວລຸ້ນ ຈໍານວນເພີ່ມຂຶ້ນ ທີ່ສແວງຫາການສນັບສນູນ ເພື່ອເອົາຊນະການຕິດເຊື້ອຢາ (ນິໂກຕີນ-nicotine) ນັ້ນ. ຮຽນຮູ້ກ່ ຽວກັບຄວາມສ່ຽງ ດ້ານສຸຂະພາບ ແລະວິທີ ທີ່ຈະຊ່ວຍໃຫ້ຊາວຫນຸ່ມ ໃນການເຊົາສູບ.

Aug 6, 202412 min

Kamala Harris ແມ່ນໃຜ?

Kamala Harris ແມ່ນໃຜແທ້? ລາວແມ່ນຜູ້ຍິງຊາວອັຟຣິກັນ/ອາເມຣິກັນ ແລະເອເຊັຍ ຄົນທໍາອິດ ທີ່ດຳຣົງຕຳແໜ່ງຮອງປະທານາທິບໍດີ ແລະຕອນນີ້ກຳລັງຈະລົງແຂ່ງຂັນຕຳແໜ່ງ ກັບ Donald Trump. ໄຊຊນະກໍຄື: ຕຳແໜ່ງປະທານາທິບໍດີອາເມຣິກາ. ຂ່າວ SBS ຈະມາເບິ່ງວ່າ Kamala Harris ນັ້ນແມ່ນໃຜແທ້ ແລະໂອກາດຂອງນາງ ໃນການເລືອກຕັ້ງເດືອນພະຈິກ ເປັນແນວໃດ.

Aug 6, 202410 min

ໂຄງການ 2025 (Project 2025) ແມ່ນຫຍັງ?

ການເລືອກຕັ້ງປະທານາທິບໍດິ ອາເມຣິກາກໍໃກ້ເຂົ້າມາແລ້ວ. ໂຄງການ 2025 (Project 2025) ແມ່ນຫຍັງ? ໃຜເປັນຜູ້ຂຽນມັນ? ມັນມີຫຍັງກ່ຽວຂ້ອງກັບການເລືອກຕັ້ງຄັ້ງນີ້? ຖ້າຫາກມັນຖືກນຳໃຊ້, ມັນຈະມີຜົນກະທົບແນວໃດຕໍ່ອາເມຣິກາ ຫຼື ຕໍ່ໂລກ?

Aug 6, 20248 min

ເຄື່ອງດື່ມທີ່ບໍ່ມີທາດເຫລົ້າ

ການສໍາຫຼວດ ສະແດງໃຫ້ເຫັນວ່າ ເຄື່ອງດື່ມທີ່ບໍ່ມີທາດເຫລົ້າ ອາດພາໃຫ້ຄົນຫນຸ່ມ ດື່ມເຫລົ້າໃນພາຍຫຼັງ. ນອກນັ້ນ ຍັງມີລາຍງານວ່າ ຫຼາຍກວ່າ ຫນຶ່ງສ່ວນສາມ ຂອງຊາວຫນຸ່ມ ໄດ້ດື່ມເຄື່ອງດື່ມ ທີ່ບໍ່ມີທາດເຫຼົ້າ, ໂດຍສ່ວນໃຫຍ່ ຍອມຮັບວ່າ ມັນເບິ່ງຄືວ່າ ຫນ້າສົນໃຈ.

Jul 24, 20248 min

ການລ່ວງລະເມີດຜູ້ສູງອາຍຸ ໃນອອສເຕຣເລັຍ

ສິບຫົກເປີເຊັນ, ຫລືຫນຶ່ງໃນຫົກຄົນ ຂອງຊາວອອສເຕຣເລັຍ, ມີອາຍຸ 65 ປີຂຶ້ນໄປ-ແລະຫລາຍກວ່າເຄິ່ງຫນຶ່ງ ຂອງກຸ່ມນັ້ນ ແມ່ນຜູ້ຍິງ. ແຕ່ມີຫຼັກຖານທີ່ຫນ້າວິຕົກໃຈຫລາຍເພີ່ມຂຶ້ນວ່າ ຜູ້ສູງອາຍຸຫຼາຍຄົນ ກໍາລັງຖືກລ່ວງລະເມີດ. ການລ່ວງລະເມີດຜູ້ສູງອາຍຸ ອາດກ່ຽວຂ້ອງກັບການທໍາຮ້າຍທາງຮ່າງກາຍ, ທາງຈິດໃຈ, ທາງເພດ ແລະທາງອາຣົມພ້ອມທັງການລ່ວງລະເມີດທາງການເງິນ ແລະການລະເລີຍ.

Jul 24, 20248 min

ພາວະຕິດເຊື້ອ (Sepsis) ໃນອອສເຕຣເລັຍ.

ເຖິງແມ່ນວ່າ ມັນອາດເປັນອັນຕະຣາຍເຖິງຕາຍສໍາລັບຫຼາຍຄົນ, ແຕ່ເມື່ອຜູ້ຄົນກ່າວເຖິງພາວະຕິດເຊື້ອ (Sepsis), ພວກເຂົາອາດຮູ້ວ່າພວກເຂົາເຈົ້າກໍາລັງກ່າວເຖິງໂຣກ ທີ່ອາດເປັນອັນຕະຣາຍຕໍ່ຊີວິດ, ແຕ່ໃນການສົນທະນາສ່ວນໃຫຍ່ ກໍບໍ່ຮູ້ຫຼາຍກ່ຽວກັບໂຣກນັ້ນ. ແມ່ນແຕ່ຜູ້ຊ່ຽວຊານດ້ານການແພດ ກໍຍັງໃຊ້ເວລາດົນນານ ໃນການວິນິດສັຍໂຣກນີ້ ໃນຄົນເຈັບຢ່າງຖືກຕ້ອງ.

Jul 24, 20249 min

ຫຼ້າສຸດກ່ຽວກັບໄຂ້ຫວັດນົກ

ໄຂ້ຫວັດນົກ ເຮັດໃຫ້ອອສເຕຣເລັຍ ມີຄວາມວິຕົກ ເນື່ອງຈາກການຂາດແຄນໄຂ່ ແລະການລະບາດ ທີ່ກໍາລັງແຜ່ກະຈາຍ ໄປທົ່ວຟາມໃນອອສເຕຣເລັຍ. ສູນກຽມຄວາມພ້ອມດ້ານໂຣກ ແຫ່ງອອສເຕຣເລັຍ (The Australian Centre for Disease Preparedness-ACDP), ໄດ້ຢູ່ໃນລະດັບແນວໜ້າ ຂອງການທົດສອບ ແລະການຄົ້ນຄວ້າ ກ່ຽວກັບໄຂ້ຫວັດນົກ.

Jul 24, 20248 min

What is road rage and how to deal with it? - ຄວາມໂມໂຫທາງຖນົນແມ່ນຫຍັງ ແລະຮັບມືກັບມັນແນວໃດ?

Aggressive driving is a continuum of bad driving behaviours which increase crash risk and can escalate to road rage. People who engage in road rage may be liable for traffic offences in Australia, have their car insurance impacted and most importantly put their lives and those of others at risk. Learn about the expectations around safe, responsible driving and what to do when you or a loved one are involved in a road rage incident. - ການຂັບຣົດຢ່າງຮຸນແຮງ ເປັນພຶດຕິກັມ ການຂັບຣົດ ທີ່ບໍ່ດີຢ່າງຕໍ່ເນື່ອງ ຊຶ່ງເພີ່ມຄວາມສ່ຽງ ຂອງອຸບັດເຫດ ແລະສາມາດ ເພີ່ມຄວາມໂມໂຫ ໃນທາງຖນົນໄດ້. ຄົນທີ່ມີສ່ວນຮ່ວມ ໃນຄວາມໂມໂຫທາງຣົດ ອາດຈະມີຄວາມຮັບຜິດຕໍ່ການຈະຣາຈອນ ໃນອອສເຕຣເລັຍ, ມີຜົນກະທົບ ຕໍ່ປະກັນພັຍຣົດຂອງເຂົາເຈົ້າ ແລະສໍາຄັນທີ່ສຸດ ເຮັດໃຫ້ຊີວິດຂອງເຂົາເຈົ້າ ແລະຂອງຜູ້ອື່ນ ມີຄວາມສ່ຽງ. ຮຽນຮູ້ ກ່ຽວກັບຄວາມຄາດຫວັງ ກ່ຽວກັບການຂັບຂີ່ ທີ່ປອດພັຍ, ມີຄວາມຮັບຜິດຊອບ ແລະສິ່ງທີ່ຄວນເຮັດ ເມື່ອທ່ານ ຫຼືຄົນທີ່ທ່ານຮັກ ມີສ່ວນກ່ຽວຂ້ອງກັບເຫດການ ຄວາມໂມໂຫທາງຖນົນ.

Jul 16, 202412 min

ການດູແລ ແບບປາດສະຈາກຄວາມເຈັບປວດ (Palliative care)

ອີງຕາມສະຖິຕິສໍາມະໂນຄົວ ຂອງສຳນັກງານ ສະຖິຕິອອສເຕຣເລັຍປີ 2016, 37 ເປີເຊັນ ຂອງຊາວອອສເຕຣເລັຍ ທີ່ມີອາຍຸຫຼາຍ ນັ້ນເກີດຢູ່ຕ່າງປະເທດ, ຫຼື 1.2 ລ້ານຄົນ, ແລະຫນຶ່ງໃນຫົກຄົນ ທີ່ມີອາຍຸສູງ ຂອງອອສເຕຣເລັຍ ເວົ້າພາສາອື່ນ ນອກຈາກພາສາອັງກິດຢູ່ເຮືອນ.ດ້ວຍການປ່ຽນແປງ ຂອງປະຊາກອນນີ້ ໄດ້ມີຄວາມຈໍາເປັນ ທີ່ຈະຕ້ອງປັບແປງ ການບໍຣິການດູແລ ຜູ້ສູງອາຍຸ ແລະການດູແລ ແບບປາດສະຈາກຄວາມເຈັບປວດ (Palliative care) ຂອງອອສເຕຣເລັຍ.

Jul 16, 20249 min

ສິລປິນ ຊາວ First Nations ໃນຊ່ວງ NAIDOC Week

ບັນດາສິລປິນ First Nations ຈາກເມືອງ ແລະປະເທດຝັ່ງທະເລອື່ນໆ ກໍາລັງສະແດງຜົນງານຂອງເຂົາເຈົ້າ ແລະນໍາໃຊ້ສິລປະ ແລະວັດທະນາທັມ ຂອງເຂົາເຈົ້າ ເພື່ອເວົ້າເຖິງສິ່ງແວດລ້ອມ ທີ່ ເມືອງ Ceduna ຢູ່ແຄມຝັ່ງອ່າວ Murat ແຄມຝັ່ງທະເລ ທາງທິດຕາເວັນຕົກ ຂອງແຫຼມ Eyre ໃນ South Australia.

Jul 16, 20245 min

ຄວາມປອດພັຍໃນເຮືອນໃນລະດູໜາວ

ໃນຊ່ວງລະດູໜາວ, ນອກຈາກຄວາມສ່ຽງຈາກອັກຄີພັຍແລ້ວ ຍັງມີຄວາມສ່ຽງຈາກແກັສ Carbon monoxide ນຳອີກ. ຜູ້ຊ່ຽວຊານໃຫ້ຄຳແນະນຳກ່ຽວກັບຄວາມປອດພັຍຕ່າງໆ.

Jul 9, 20245 min

How to lodge your tax return in Australia - ວິທີຍື່ນການເສັຍພາສີຂອງທ່ານ ໃນອອສເຕຣເລັຍ

In Australia, 30 June marks the end of the financial year and the start of tax time. Knowing your obligations and rebates you qualify for, helps avoid financial penalties and mistakes. Learn what to do if you received family support payments, worked from home, are lodging a tax return for the first time, or need free independent advice. - ໃນອອສເຕຣເລັຍ, ວັນທີ 30 ມິຖຸນາ ຫມາຍເຖິງການສິ້ນສຸດຂອງສົກປີການເງິນ ແລະການເລີ່ມຕົ້ນ ເວລາການເສັຍພາສີ. ການຮູ້ພັນທະ ແລະການຊໍາລະຄືນເງິນ ທີ່ທ່ານມີສິດໄດ້ຮັບ ຈະຊ່ວຍຫຼີກເວັ້ນ ຄວາມຜິດພາດ ແລະການຖືກປັບໄໝ. ຮູ້ວິທີ ທີ່ຄວນເຮັດ ຖ້າທ່ານໄດ້ຮັບເງິນຊ່ວຍເຫຼືອຄອບຄົວ, ເຮັດວຽກຢູ່ເຮືອນ, ຍື່ນເລື້ອງເສັຍພາສີເປັນຄັ້ງທໍາອິດ, ຫຼືຕ້ອງການຄໍາແນະນໍາ ທີ່ເປັນອິດສຣະໂດຍບໍ່ເສັຍຄ່າ.

Jul 9, 202411 min

ລາງວັນ NATIONAL NAIDOC Week 2024

The NATIONAL NAIDOC Week Awards ເປັນກິດຈະກັມ ປະຈຳປີທີ່ໃຫຍ່ທີ່ສຸດ ໃນປະຕິທິນ ສໍາລັບຊາວ Aboriginal ແລະ Torres Strait Islander, ລາງວັນນີ້ ໄດ້ຍ້ອງຍໍ ຜູ້ບຸກເບີກຊາວພື້ນເມືອງ ທີ່ມີສ່ວນ ໃນການປ່ຽນແປງຊີວິດ ແກ່ຊຸມຊົນຂອງເຂົາເຈົ້າ ແລະໃນປີນີ້ ໄດ້ຖືກຈັດຂຶ້ນທີ່ Adelaide. ສຳລັບປີໜ້າ, ພິທີມອບລາງວັນນີ້ ຈະຈັດຂຶ້ນທີ່ Perth, Western Australia.

Jul 9, 20247 min

ການແຊກແຊງຈາກຕ່າງປະເທດ ໃນອອສເຕຣເລັຍ

ແຫລ່ງຂ່າວ ລະດັບສູງຂອງຣັຖບານ ໄດ້ບອກກັບ SBS ເຖິງແຜນການຂອງການແຊກແຊງ ຈາກຕ່າງປະເທດ ທີ່ຈະແນເປົ້າຫມາຍ ໃສ່ພວກນັກເຄື່ອນໄຫວ ພາຍໃນຊຸມຊົນຫຼາຍວັດທະນະທັມ, ແຊກຊຶມເຂົ້າໄປໃນສະຖາບັນ ແລະຮັບເຕັກໂນໂລຊີລັບ. ແຕ່ທັງຣັຖບານ ແລະຝ່າຍຄ້ານກໍມີມາດຕະການໃໝ່ ໃນການປາບປາມພວກສາຍລັບ ຈາກຕ່າງປະເທດ.

Jul 9, 20245 min

ລາຍງານໃຫມ່ ກ່ຽວກັບວິກິດການຂອງໂຣກເບົາຫວານ

ລາຍງານສະບັບໃຫມ່ຂອງ Diabetes Australia ໄດ້ເຕືອນກ່ຽວກັບວິກິດການຂອງໂຣກເບົາຫວານ ຂອງຊາດ, ໂດຍຮຽກຮ້ອງໃຫ້ມີການເຂົ້າເຖິງຢາຫຼຸດນໍ້າຫນັກໄດ້ດີຂຶ້ນ ແລະ ເກັບພາສີ ຕໍ່ນ້ຳດື່ມທີ່ມີນ້ຳຕານ ແຕ່ຜູ້ທີ່ຈະເສັຍຜົນປໂຍດກໍຄັດຄ້ານໃນເລື້ອງນີ້.

Jul 2, 20247 min

How to recycle electronic items and batteries in Australia - ວິທີການຫມູນໃຊ້ເຄື່ອງເອເລັກໂຕຣນິກ ແລະແບັດເຕີຣີໃນອອສເຕຣເລັຍ

Many common household items such as mobile phones, TVs, computers, chargers, and other electronic devices, including their batteries, contain valuable materials that can be repurposed for new products. Electronic items we no longer use, or need are considered e-waste. Across Australia, there are government-backed programs available that facilitate the safe disposal and recycling of e-waste at no cost. - ຂອງໃຊ້ທົ່ວໄປ ໃນຄົວເຮືອນຫຼາຍຊະນິດ ເຊັ່ນ: ໂທລະສັບມືຖື, ໂທລະທັດ, ຄອມພິວເຕີ, ເຄື່ອງໃຊ້ ແລະອຸປະກອນເອເລັກໂຕຣນິກອື່ນໆ, ລວມທັງ ແບັດເຕີຣີຂອງພວກເຂົາ, ມີວັດຖຸມີຄ່າ ທີ່ສາມາດນຳກັບມາໃຊ້ໃໝ່ (Repurpose) ສໍາລັບຜລິດຕະພັນໃຫມ່. ເຄື່ອງເອເລັກໂຕຣນິກ ທີ່ເຮົາບໍ່ໄດ້ໃຊ້ ຫຼືຕ້ອງການອີກຕໍ່ໄປ, ແມ່ນຖືວ່າ ເປັນສິ່ງເສດເຫຼືອ ທາງອີເລັກໂຕຣນິກ. ໃນທົ່ວອອສເຕຣເລັຍ, ມີໂຄງການ ຂອງຣັຖບານ ທີ່ຈະອໍານວຍຄວາມສະດວກ ໃຫ້ແກ່ການກໍາຈັດ ແລະການນໍາໃຊ້ສິ່ງເສດເຫຼືອ ອີເລັກໂຕຣນິກ ທີ່ປອດພັຍໂດຍບໍ່ມີຄ່າໃຊ້ຈ່າຍ.

Jul 2, 202410 min

ການປ່ຽນແປງຫຼັງວັນທີ 1 ກໍລະກົດ.

ສໍາລັບຊາວອອສເຕຣເລັຍ ທີ່ດີ້ນລົນກັບຄ່າຄອງຊີບ, ຍັງມີຂ່າວທີ່ໜ້າຍິນດີັ ເພາະຫຼັງຈາກວັນທີ 1 ກໍລະກົດ ແມ່ນການເລີ່ມຕົ້ນ ຂອງສົກປີການເງິນໃຫມ່, ແລະມາດຕະການໃຫມ່ຫຼາຍຮູບແບບ ກໍຈະມີຜົນບັງຄັບໃຊ້ ເຊັ່ນ: ຄ່າໃຊ້ຈ່າຍພະລັງງານ, ສະຖານທີ່ສະແດງດົນຕີສົດ-ແລະບ່ອນທີ່ ທ່ານສາມາດຊື້ ກອກຢາໄຟຟ້າ (Vape) ໄດ້.

Jul 2, 20246 min

ຜູ້ສຳເຣັດຣາຊການຄົນໃຫມ່ ຂອງອອສເຕຣເລັຍ

Sam Mostyn ເປັນຜູ້ຍິງຄົນທີສອງ ທີ່ດໍາລົງຕໍາແຫນ່ງນີ້ ຊຶ່ງເປັນຕົວແທນຂອງສະຖາບັນກະສັດ ໃນອອສເຕຣເລັຍ. ທ່ານນາງ ໄດ້ເຮັດວຽກຮ່ວມກັບຣັຖບານ ໃນຖານະປະທານວຽກງານ ຄວາມສເມີພາບ ທາງດ້ານເສດຖະກິດ ຂອງແມ່ຍິງ ແລະເປັນທີ່ປຶກສາ ຂອງອະດີດນາຍົກຣັຖມົນຕີ, ທ່ານ Paul Keating. ຕາມປະເພນີແລ້ວ, ພື້ນຖານຂອງ Ms Mostyn ບໍ່ແມ່ນສໍາລັບບົດບາດນີ້.

Jul 2, 20246 min

ກົດໝາຍໃໝ່ກ່ຽວກັບກອກຢາໄຟຟ້າ (Vapes)

ໃນກົດໝາຍໃໝ່, ຜູ້ໃຫຍ່ຈະສາມາດຊື້ ກອກຢາໄຟຟ້າ (Vapes) ໄດ້ ຈາກຮ້ານຂາຍຢາ ໂດຍບໍ່ຕ້ອງມີໃບສັ່ງຢາ ຈາກນາຍແພດ, ຫຼັງຈາກພັກແຮງງານ ໄດ້ມີຂໍ້ຕົກລົງ ກັບພັກ Greens ແຕ່ກໍຍັງມີມາດຕະການ ທີ່ຈະບໍ່ໃຫ້ ຜລິດຕະພັນເຫຼົ່ານີ້ ໄປເຖິງມື ເຍົາວະຊົນ.

Jun 26, 20247 min

ໂຄງການທີ່ຢູ່ອາສັຍໃໝ່ ຂອງ NSW ແລະ VIC

ນາຍົກຣັຖມົນຕີ New South Wales, ທ່ານ Chris Minns ໄດ້ປະກາດແຜນການ ທີ່ຈະສ້າງເຮືອນໃຫ້ແກ່ພະນັກງານທີ່ຈໍາເປັນ ຂອງຣັຖບານຂອງຣັດ ໃນອັດຕາອຸດຫນູນ, ໃນຂນະທີ່ ທ່ານນາງ Jacinta Allanນາຍົກຣັຖມົນຕີ Victorian ໄດ້ຢືນຢັນວ່າ ເຮືອນໃຫມ່ຫຼາຍລ້ານຫຼັງ ຈະຖືກສ້າງຂຶ້ນ ໃນອີກບໍ່ຫຼາຍທົດສະວັດ.

Jun 25, 20248 min

ປະຕິກິຣິຍາຂອງອົບພະຍົບຕໍ່ກົດໝາຍໃໝ່

ກົດຫມາຍໃໝ່ ຈະບັງຄັບໃຫ້ຜູ້ທີ່ບໍ່ແມ່ນພົນລະເມືອງ ຫຼາຍຮ້ອຍຄົນ ທີ່ຖືກປະຕິເສດວີຊາ ໃຫ້ອອກຈາກອອສເຕຣເລັຍ ດ້ວຍຄວາມ ສມັກໃຈ-ຫຼືປະເຊີນກັບການຕິດຄຸກ. ບົດບັນຍັດອື່ນ ຈະໃຫ້ອໍານາດແກ່ຣັຖມົນຕີ ກະຊວງກວດຄົນເຂົ້າເມືອງ ໃນການກຳໜົດ ປະເທດທີ່ບໍ່ຍອມຮັບພວກອົບພະຍົບ ທີ່ຖືກເນຣະເທດ ວ່າເປັນ 'ປະເທດທີ່ກ່ຽວຂ້ອງກັບການຍົກເລີກ'.

Jun 25, 20246 min

ເຄືອຂ່າຍໂທຣະສັບມືຖື 3G ກໍາລັງຈະປິດລົງ

ເຄືອຂ່າຍໂທຣະສັບມືຖື 3G ຂອງອອສເຕຣເລັຍ ກໍາລັງຈະປິດລົງໃນເດືອນຈະມາເຖິງນີ້ ຊຶ່ງຫມາຍຄວາມວ່າ ຜູ້ຄົນຈະຕ້ອງໃຊ້ເຄືອຂ່າຍ 4Gຫຼື 5G ໃນຂນະທີ່ ຍັງມີຊາວອອສເຕຣເລັຍເຖິງ 530,000 ຄົນ ຍັງໃຊ້ອຸປະກອນທີ່ເຂົ້າກັນບໍ່ໄດ້ ກັບເຄືອຂ່າຍໃຫມ່ຢູ່.

Jun 25, 20247 min

ສຳພາດ ອົບພະຍົບລາວ

ສຳພາດ ອົບພະຍົບລາວ ໃນ ອອສເຕຣເລັຍ ເນື່ອງໃນສັບປະດາ ຜູ້ອົບພະຍົບ.

Jun 18, 202419 min

Indigenous art: Connection to Country and a window to the past - ສິນລະປະຊາວພື້ນເມືອງ: ການເຊື່ອມໂຍງກັບປະເທດ ແລະໜ້າຕ່າງສູ່ອະດີດ.

Embracing their oral traditions, Aboriginal and Torres Strait Islander peoples have used art as a medium to pass down their cultural stories, spiritual beliefs, and essential knowledge of the land. - ການຮັບເອົາ ຮີດຄອງປະເພນີ ຈາກການບອກເລົ່າ ຂອງເຂົາເຈົ້າ, ຊາວAboriginal ແລະ Torres Strait Islander ໄດ້ໃຊ້ສິລະປະ ເປັນສື່ໃນການຖ່າຍທອດເລື່ອງລາວ ທາງວັດທະນະທັມ, ຄວາມເຊື່ອທາງຈິດວິນຍານ, ແລະຄວາມຮູ້ ທີ່ຈໍາເປັນກ່ຽວກັບແຜ່ນດິນ.

Jun 18, 202411 min

ລະວັງການສໍ້ໂກງໃນຊ່ວງ ລະດູພາສີ.

ເມື່ອລະດູການພາສີ ໃກ້ຈະມາເຖິງໃນບໍ່ຊ້າ, ຜູ້ຊ່ຽວຊານກໍາລັງຊຸກຍູ້ ໃຫ້ມີຄວາມລະມັດລະວັງ ເນື່ອງຈາກມີຜູ້ສໍ້ໂກງຈໍານວນຫລວງຫລາຍ ທີ່ໃຊ້ໂອກາດນີ້ແນໃສ່ຊາວອອສເຕຣເລັຍ ສໍາລັບຂໍ້ມູນສ່ວນຕົວ ແລະຂໍ້ມູນທາງການເງິນຂອງເຂົາເຈົ້າ. ການສໍ້ໂກງ ໄດ້ເຮັດ ເປັນເຄືອຂ່າຍອາຊະຍາກັມ ທີ່ມີຄວາມຊັບຊ້ອນຫຼາຍຂຶ້ນ. ແຕ່ກໍມີຄໍາແນະນໍາທີ່ດີທີ່ສຸດ ສໍາລັບຜູ້ບໍຣິໂພກ ແມ່ນ ຢຸດ...ຄິດ...ແລະປ້ອງກັນ.

Jun 18, 202410 min

ຄົ້ນພົບເຊື້ອໄຂ້ຫວັດນົກ ສາຍພັນໃຫມ່ (H5N2)

ຕອນນີ້ ອົງການອະນາໄມໂລກກ່າວວ່າ ພວກເຂົາເຈົ້າ ໄດ້ຢືນຢັນ ໂດຍຜ່ານການທົດສອບໃນຫ້ອງທົດລອງ ເຖິງການຄົ້ນພົບພະຍາດໄຂ້ຫວັດນົກ ສາຍພັນໃຫມ່ ທີ່ເອີ້ນວ່າ H5N2 ທີ່ບໍ່ເຄີຍພົບເຫັນ ຢູ່ໃນມະນຸດຈັກເທື່ອ ແລະນັກວິທະຍາສາດ ແລະໜ່ວຍງານດ້ານສຸຂະພາບ ກຳລັງຕື່ນໂຕກ່ຽວກັບສັນຍານວ່າ ໄຂ້ຫວັດນົກ ກໍາລັງປັບຕົວ ໃຫ້ແພ່ລະບາດໄດ້ງ່າຍຂຶ້ນ ໃນມະນຸດ.

Jun 18, 20249 min

ວັນລຳນຶກ Tiananmen.

ເຖິງແມ່ນວ່າ ການສັງຫານໝູ່ ທີ່ Tiananmen Square ໄດ້ຜ່ານມາ 35 ປີແລ້ວກໍຕາມ, ມັນຍັງມີບັນດາຜູ້ສນັບສນູນ ປະຊາທິປະໄຕ ທີ່ພະຍາຍາມ ຮັກສາຄວາມຊົງຈຳຂອງໂສກນາດຕະກັມນີ້ໄວ້ ເຖິງແມ່ນວ່າຈະບໍ່ສາມາດເຮັດໄດ້ ໃນປະເທດຈີນກໍຕາມ.

Jun 11, 20248 min

Facing religious discrimination at work? These are your options - ເມື່ອປະເຊີນກັບການເລືອກປະຕິບັດ ທາງສາສນາ ຢູ່ບ່ອນເຮັດວຽກ, ນີ້ແມ່ນທາງເລືອກຂອງທ່ານ.

Australia is a party to the International Covenant on Civil and Political Rights, which provides extensive protections to religious freedom. However, specific legislated protections vary across jurisdictions. If you have experienced religious discrimination at work, it is important to know your options, whether you are considering submitting a complaint or pursuing the matter in court. - ອອສເຕຣເລັຍ ເປັນສ່ວນນຶ່ງ ຂອງສົນທິສັນຍາສາກົນ ວ່າດ້ວຍສິດທິພົນລະເມືອງ ແລະການເມືອງ (the International Covenant on Civil and Political Rights) ຊຶ່ງໃຫ້ການປົກປ້ອງຢ່າງກວ້າງຂວາງຕໍ່ອິດສຣະພາບ ທາງສາສນາ. ເຖິງຢ່າງໃດກໍຕາມ, ການປົກປ້ອງທາງກົດຫມາຍ ສະເພາະ ແມ່ນແຕກຕ່າງກັນ ໃນແຕ່ລະເຂດອຳນາດສານ. ຖ້າຫາກວ່າ ທ່ານໄດ້ປະສົບກັບການເລືອກປະຕິບັດ ທາງສາສນາ ຢູ່ບ່ອນເຮັດວຽກ, ມັນເປັນສິ່ງສໍາຄັນ ທີ່ຈະຮູ້ທາງເລືອກຂອງທ່ານ, ບໍ່ວ່າ ທ່ານຈະພິຈາຣະນາ ທີ່ຈະຍື່ນຄໍາຮ້ອງຮຽນ ຫຼືດຳເນີນການເລື່ອງນີ້ ໃນຂັ້ນສານ.

Jun 11, 202411 min

ທາງເລືອກໃຫມ່ໃນການປິ່ນປົວ ມະເຮັງຜິວໜັງ

ມີການພັດທະນາ ທີ່ໃຫ້ຄວາມຫວັງ ໃນການຕໍ່ສູ້ ກັບມະເຮັງຜິວໜັງ (Melanoma) ດ້ວຍທາງເລືອກການປິ່ນປົວໃຫມ່ ທີ່ມອບຄວາມຫວັງໃຫ້ກັບຜູ້ປ່ວຍ. ມັນແມ່ນ ການໃຫ້ຢາພູມຕ້ານທານສອງຢ່າງ ເປັນເວລາຫົກອາທິດ ກ່ອນທີ່ມະເຮັງຈະຖືກກໍາຈັດອອກໄປ - ກົງກັນຂ້າມກັບວິທີການປິ່ນປົວໃນປະຈຸບັນ ທີ່ໃຫ້ການປິ່ນປົວດ້ວຍພູມຕ້ານທານ ຫຼັງຈາກ ການກໍາຈັດອອກໄປຂອງມະເຮັງ ຊຶ່ງສາມາດເຮັດໃຫ້ ອັດຕາການຢູ່ລອດໄດ້ຢ່າງຫຼາຍ.

Jun 11, 20245 min

ການປະຊຸມສຸດຍອດດ້ານການທະຫານ.

ການກະທໍາຂອງກອງທັບຈີນ ຖືກວິພາກວິຈານໂດຍບັນດາເຈົ້າຫນ້າທີ່ ຈາກສະຫະຣັດ, ອອສເຕຣເລັຍ ແລະຟີລິບປິນສ໌-ໃນຂນະທີ່ນາຍພົນລະດັບສູງຂອງຈີນ ໄດ້ກ່າວຫາວ່າ ສະຫະຣັດພະຍາຍາມ ສ້າງສິ່ງທີ່ທ່ານເອີ້ນວ່າ "NATO ສະບັບ ເອເຊັຍ-ປາຊີຟິກ" ພ້ອມທັງ ຄວາມເຄັ່ງຕຶງທີ່ເພີ້ມຂຶ້ນ ໃນທະເລຈີນໃຕ້ ໄດ້ເປັນຫົວຂໍ້ໃຫຍ່ ຂອງກອງປະຊຸມຄວາມຫມັ້ນຄົງ ປະຈໍາປີທີ່ສິງກະໂປ.

Jun 11, 202410 min

Donald Trump ໄດ້ຖືກພົບວ່າ ມີຄວາມຜິດໃນ 34 ຂໍ້ຫາ

ອະດີດປະທານາທິບໍດີ Donald Trump ໄດ້ຖືກພົບວ່າ ມີຄວາມຜິດໃນ 34 ຂໍ້ຫາ ໃນການປອມແປງ ບັນທຶກທຸຣະກິດ ເພື່ອປິດບັງການຈ່າຍເງິນ ກ່ອນການເລືອກຕັ້ງປີ 2016 ໃຫ້ແກ່ດາຣາ ໜັງໂປ້ (Porn star) Stormy Daniels ຫຼັງຈາກທີ່ຄນະລູກຂຸນ (Jury) ໃນ New York ພົບວ່າທ່ານມີຄວາມຜິດໃນທຸກຂໍ້ຫາ ໃນການພິຈາຣະນາຄະດີ ເງິນອັດປາກ.

Jun 3, 202412 min

Australia’s coffee culture explained - ອະທິບາຍ ກ່ຽວກັບວັດທະນະທັມກາເຟ ຂອງອອສເຕຣເລັຍ.

Australians are coffee-obsessed, so much so that Melbourne is often referred to as the coffee capital of the world. Getting your coffee order right is serious business, so let’s get you ordering coffee like a connoisseur. - ຊາວອອສເຕຣເລັຍ ເປັນຄົນມັກກາເຟຫຼາຍ ຈົນວ່າ Melbourne ມັກຈະຖືກກ່າວເຖິງວ່າ ເປັນເມືອງກາເຟຂອງໂລກ. ການສັ່ງກາເຟຂອງທ່ານໃຫ້ຖືກຕ້ອງ ແມ່ນເລື້ອງທີ່ຈິງຈັງ. ດັ່ງນັ້ນ, ໃຫ້ທ່ານສັ່ງກາເຟ ຄືກັບຜູ້ຊ່ຽວຊານ (Connoisseur).

Jun 3, 20249 min

ມາທຳຄວາມເຂົ້າໃຈກັບ ມະເຮັງໃນເມັດເລືອດ.

ມະເຮັງໃນເມັດເລືອດ ມີຫຼາຍຊະນິດ. ແຕ່ລະຊະນິດກໍເປັນອັນຕະຣາຍຕໍ່ຊີວິດ. ນັກຄົ້ນຄວ່າກຳລັງທຳງານຢ່າງເຂັ້ມແຂງໃນການຫາທາງປິ່ນປົວ. ແຕ່ວິທີທີ່ດີທີ່ສຸດ ແມ່ນຈະຕ້ອງ ພົບໂຣກນີ້ ໃນຕອນຕົ້ນ ເພື່ອໂອກາດໃນການລອດຊີວິດຈະສູງຂຶ້ນ.

Jun 3, 202413 min

ຜົນກະທົບຈາກການຍຸດຕິການສົ່ງອອກ ແກະມີຊີວິດ.

ຊາວກະສິກອນຜູ້ລ້ຽງແກະ ຢູ່ຣັດ Western Australia ໄດ້ຮັບຄວາມຜົນກະທົບ ຢ່າງໜັກ ຕໍ່ຊີວິດການເປັນຢູ່ຂອງພວກເຂົາ ຈາກການສິ້ນສຸດ ທີ່ໃກ້ຈະມາເຖິງ ຂອງອຸດສາຫະກັມ ການສົ່ງອອກແກະມີຊີວິດ ໄປທີ່ຕາເວັນອອກກາງ. ຊາວກະສິກອນເຕືອນວ່າ ການຍຸດຕິການສົ່ງອອກ ທີ່ມີຊີວິດ ບໍ່ແມ່ນພຽງແຕ່ຄວາມກະທົບ ທາງດ້ານເສດຖະກິດເທົ່ານັ້ນ ແຕ່ເປັນຜົນກະທົບທາງດ້ານສັງຄົມເຊັ່ນກັນ.

Jun 3, 20246 min

Mushroom foraging in Australia: Is it safe? - ການເກັບເຫັດ ໃນອອສເຕຣເລັຍນັ້ນ ປອດພັຍບໍ່?

In Australia, authorities strongly advise against eating mushrooms that have not been expertly identified or purchased from a supermarket or grocer, as some fungi can be toxic or deadly if consumed. In each State and Territory, rules and regulations vary, and mushroom foraging is not allowed in some areas. - ໃນອອສເຕຣເລັຍ ເຈົ້າຫນ້າທີ່ແນະນໍາຢ່າງຍິ່ງ ກ່ຽວກັບການກິນເຫັດ ທີ່ບໍ່ໄດ້ຖືກລະບຸ ຫຼືຊື້ຈາກຮ້ານຄ້າ ຫຼືຮ້ານຂາຍຜັກ ເພາະເຊື້ອເຫັດບາງຢ່າງ ອາດຈະເປັນພິດຫຼືເປັນອັນຕະຣາຍໄດ້ ຖ້າທ່ານກິນ. ໃນແຕ່ລະຣັດ ແລະເຂດປົກຄອງ, ກົດ ແລະຂໍ້ບັງຄັບ ນັ້ນແຕກຕ່າງກັນ ແລະບໍ່ມີອະນຸຍາດ ໃຫ້ເກັບເຫັດໃນບາງພື້ນທີ່.

May 28, 202411 min