
SBS Lao - SBS ພາສາລາວ
779 episodes — Page 7 of 16
ໂຄງການຊ່ອຍເຫລືອດ້ານສຸຂະພາບແຂ້ວ ສໍາລັບຜູ້ສູງອາຍຸ.
ສະມາຄົມແຂ້ວຂອງອອສເຕຣເລັຍ ກໍາລັງຂໍຮ້ອງໃຫ້ຣັຖບານ ແນະນໍາໂຄງການຊ່ອຍເຫລືອ ສໍາລັບຜູ້ສູງອາຍຸ. ມັນເກີດຂຶ້ນ ໃນຂນະທີ່ຈໍານວນຄົນ ທີ່ມີອາຍຸສູງກວ່າ 65 ປີ ຕ້ອງເຂົ້າໂຮງຫມໍ ເພາະບັນຫາແຂ້ວໄດ້ເພີ່ມຂຶ້ນ.
ບົດບາດຂອງ The Teals ແມ່ນຫຍັງ?
The Teals, ທ່ານ ເຄີຍໄດ້ຍິນຄຳນີ້ຫຼືບໍ່? The Teals ບໍ່ແມ່ນພັກການເມືອງ, ແຕ່ເປັນຂະບວນການ ທີ່ສເນີທາງເລືອກອື່ນ ນອກຈາກພັກໃຫຍ່. ສະນັ້ນ ເຂົາເຈົ້າມາຈາກໃສ? ແລະເຂົາເຈົ້າມີນະໂຍບາຍແບບໃດ? ພວກເຂົາມີບົດບາດສຳຄັນສ່ຳໃດໃນການເມືອງ ອອສເຕຣເລັຍ.
The Australian Greens ແມ່ນພັກການເມືອງແບບໃດ?
The Australian Greens, ຊຶ່ງປະຈຸບັນນີ້ນໍາໂດຍ Adam Bandt, ເປັນພັກຍ່ອຍ ທີ່ໃຫຍ່ທີ່ສຸດຂອງອອສເຕຣເລັຍ ທີ່ໄດ້ເຕີບໂຕຂຶ້ນ ຈາກກຸ່ມຜູ້ປະທ້ວງ ໄປສູ່ແກນນຳສໍາຄັນ ໃນຣັຖສະພາ ໃນໄລຍະ 50 ປີທີ່ຜ່ານມາ. ໃນການເລືອກຕັ້ງຄັ້ງນີ້, ພວກເຂົາມີນະໂຍບາຍແນວໃດ?
ຣັຖບານສຽງຂ້າງນ້ອຍ (Minority Government) ແມ່ນຫຍັງ?
ຣັຖບານສຽງຂ້າງນ້ອຍ (Minority Government) ມີຂໍ້ດີ ຫຼືຂໍ້ເສັຍແນວໃດແດ່? ມາຟັງຄວາມເຫັນຈາກຜູ້ຊ່ຽວຊານ ດ້ານການເມືອງ.
ສິ່ງທີ່ຕ້ອງເຮັດກ່ອນມື້ເລືອກຕັ້ງ.
ບັດນີ້ ເມື່ອການເລືອກໄດ້ຖືກປະກາດແລ້ວ, ພົນລະເມືອງອອສເຕຣເລັຍຜູ້ໃຫຍ່ທຸກຄົນ ຕ້ອງລົງທະບຽນໃນອີກເຈັດມື້ຕໍ່ໄປ ຖ້າບໍ່ດັ່ງນັ້ນ ເຂົາເຈົ້າອາດຖືກປັບໃໝ. ໃນ ການອອກສຽງ 101 (Voting 101) ນີ້, SBS ອະທິບາຍວ່າ ຜູ້ໃດມີສິດລົງຄະແນນສຽງ ແລະວິທີທີ່ຈະຈົດທະບຽນ ດ້ວຍຕົວເອງແນວໃດ.
ການເລືອກຕັ້ງຣັຖບານ ໃນປີ 2025 ໄດ້ຖືກປະກາດແລ້ວ.
ການເລືອກຕັ້ງຣັຖບານ ໃນປີ 2025 ໄດ້ຖືກປະກາດແລ້ວ ແລະນັ້ນຫມາຍຄວາມວ່າແນວໃດ? ນັ້ນຫມາຍຄວາມວ່າບັດນີ້ ຣັຖບານຈະເຂົ້າໄປໃນໄລຍະ ທີ່ເອີ້ນວ່າ ຜູ້ດູແລ (Caretaker Mode).ແລະ ນາຍົກຣັຖມົນຕີ ບໍ່ໄດ້ຄວບຄຸມທຸກຢ່າງອີກຕໍ່ໄປ. ຖ້າຫາກມີການຕັດສິນໃຈທີ່ສໍາຄັນ ທີ່ເກີດຂຶ້ນ ເຂົາເຈົ້າຕ້ອງປຶກສາກັບຜູ້ນໍາຝ່າຍຄ້ານ.
ສາເຫດທີ່ໂຣກໝາກສຸກອາດກັບຄືນມາ.
ການລະບາດ ຂອງໂຣກໝາກສຸກ ໃນສະຫະຣັດອາເມຣິກາ ໄດ້ເຮັດໃຫ້ມີຜູ້ເສັຍຊີວິດສອງຄົນ, ມີຫຼາຍຮ້ອຍຄົນ ທີ່ຕິດເຊື້ອ ແລະເດັກນ້ອຍຈໍານວນຫຼວງຫຼາຍ ທີ່ຕ້ອງເຂົ້າໂຮງຫມໍ ດ້ວຍພາວະແຊກຊ້ອນ. ວິທີທີ່ດີທີ່ສຸດທີ່ ຈະປ້ອງກັນການລະບາດ ແມ່ນການສັກວັກຊີນ. ແຕ່ມີລາຍງານວ່າ ມີຄວາມສົງສັຍ ກ່ຽວກັບການສັກວັກຊີນປ້ອງກັນ ແລະມີຊຸມຊົນຈໍານວນຫລວງຫລາຍ ທີ່ບໍ່ໄດ້ຮັບການສັກວັກຊີນ.
ການກວດສອບກ່ຽວກັບ Supermarkets
ຄນະກັມມະການ ການແຂ່ງຂັນແລະຜູ້ບໍຣິໂພກ ອອສເຕຣເລັຍ (the Australian Competition and Consumer Commission) ແນະນໍາ 20 ຂໍ້ ສໍາລັບຣັຖບານກາງວ່າ ຕ້ອງເຮັດຫລາຍກວ່ານັ້ນ ເພື່ອເພີ່ມຄວາມໂປ່ງໃສ ແລະການແຂ່ງຂັນໃນ Grocery Sector ເມື່ອພົບວ່າ Coles ແລະ Woolworths ເປັນໜຶ່ງໃນ Supermarkets ທີ່ມີກຳໄລ ຫລາຍທີ່ສຸດໃນໂລກ.
ມີຢາຫຼາຍຊະນິດສຳລັບຜູ້ຍິງຈະຖືກຕື່ມໃສ່ PBS
ຢາເພື່ອສຸຂະພາບຂອງຜູ້ຍິງ ຫລາຍຊະນິດ ຈະມີລາຄາຖືກລົງ ເມື່ອມັນຖືກຕື່ມໃສ່ ໃນລາຍຊື່ຂອງຢາ ທີ່ໄດ້ຮັບການຊ່ອຍເຫລືອ ຈາກຣັຖບານ, (Pharmaceutical Benefits Schemes-PBS) ເພື່ອໃຫ້ເປັນໄປຕາມມາດຕະການ ດ້ານສຸຂະພາບ ຂອງຜູ້ຍິງ ມູນຄ່າ 50 ພັນລ້ານໂດລາ ທີ່ປະກາດໃນເດືອນກຸມພາ.
Want to help shape Australia’s future? Here’s how to enrol to vote - ຕ້ອງການຊ່ອຍກຳໜົດ ອະນາຄົດຂອງອອສເຕຣເລັຍຫຼືບໍ່? ນີ້ຄືວິທີ ລົງທະບຽນເພື່ອເລືອກຕັ້ງ.
With another federal election due this year, there are steps you will need to take before casting your vote for the first time. Plenty of resources are available to help you enrol to vote and have your say in shaping our nation. - ດ້ວຍການເລືອກຕັ້ງຣັຖບານກາງ ຈະມີຂຶ້ນອີກເທື່ອຫນຶ່ງໃນປີນີ້, ມີຂັ້ນຕອນຫລາຍຢ່າງ ທີ່ທ່ານຕ້ອງເຮັດ ກ່ອນຈະລົງຄະແນນສຽງ ເປັນເທື່ອທໍາອິດ. ມີແຫລ່ງຂໍ້ມູນຢ່າງຫລາຍ ທີ່ຈະຊ່ອຍທ່ານລົງທະບຽນ ເພື່ອລົງຄະແນນສຽງ, ແລະສະແດງຄວາມຄິດເຫັນ ໃນການກຳໜົດຊະຕາກັມ ຂອງປະເທດເຮົາ.
ປັນຫາ Squatters ໃນ Lismore.
ຜູ້ຄົນທີ່ອາສັຍຢູ່ໃນບ້ານເຮືອນທີ່ວ່າງເປົ່າ (Squatters) ແລະໄດ້ຮັບຄວາມເສັຍຫາຍຈາກນ້ຳ ໃນເຂດ Northern Rivers ຂອງຣັດ New South Wales ກ່າວວ່າຈະຢູ່ຕໍ່ໄປ ເຖິງແມ່ນວ່າ ນາຍົກຣັຖມົນຕີຂອງຣັດ ໄດ້ເວົ້າວ່າ ຈະທໍາລາຍບ້ານເຮືອນເຫຼົ່ານັ້ນກໍຕາມ.
ຄວາມເປັນຫ່ວງກ່ຽວກັບ ການຕຽມພ້ອມສໍາລັບໂຣກລະບາດ.
ໃນມື້ນີ ຂອງປີ 2020, ໄວຣັສ ໄດ້ຖືກປະກາດວ່າ ເປັນໂຣກລະບາດທົ່ວໂລກ ໂດຍອົງການອະນາມັຍໂລກ (World Health Organisation). ຫ້າປີຜ່ານໄປ, Professor Paul Kelly-ອະດີດນາຍແພດຊັ້ນນຳ ຂອງອອສເຕຣເລັຍ-ເຊື່ອວ່າ ການໝົດຄວາມໄວ້ວາງໃຈຂອງສັງຄົມ ຈະເປັນ "ບັນຫາໃຫຍ່" ຖ້າຫາກມີການລະບາດ ຂອງໂຣກອີກເທື່ອຫນຶ່ງ.
ທາງແກ້ໄຂດ້ານພະລັງງານຂອງພັກການເມືອງ.
ຄ່າໄຟຟ້າທີ່ສູງຂຶ້ນ ໄດ້ບັງຄັບພັກການເມືອງ ທັງສອງຝ່າຍ ໃຫ້ຮັບເອົາການປ່ຽນແປງພະລັງງານ ຂອງອອສເຕຣເລັຍ, ສເນີທາງແກ້ໄຂສອງຢ່າງທີ່ແຕກຕ່າງກັນ ເພື່ອຫລຸດລາຄາ ແລະບັນລຸ Net Zero. ພັກ Coalition ກໍາລັງສເນີໃຫ້ໃຊ້ພະລັງງານນິວເຄລັຍຮ່ວມກັບພະລັງງານຢ່າງອື່ນ, ຮວມທັງການສ້າງ reactor ສອງແຫ່ງໃນພູມີພາກຂອງ Queensland.
ການຈັດຫາຄວາມສະດວກແກ່ຄົນພິການ.
ໂຄງການ ທີ່ຈະຊ່ອຍເຫລືອຜູ້ລົງຄະແນນ ທີ່ພິການ ໄດ້ຮັບຄວາມສົນໃຈໃນຫລາຍອາທິດຜ່ານມານີ້, ເຊັ່ນສະຖານທີ່ເລືອກຕັ້ງ ທີ່ມີປະສາດຄວາມຮູ້ສຶກຕ່ຳ (Low-sensory) ທີ່ກໍາລັງຖືກທົດລອງຢູ່ Western Australia ສໍາລັບການເລືອກຂອງຣັດໃນປີ 2025.
How can government payments support you? - ເງິນຊ່ອຍເຫຼືອຂອງຣັຖບານ ຈະສນັບສນູນທ່ານແນວໃດ
The Australian government has a social security system that provides a range of income support to those who are eligible . In fact, most people will receive a government payment at some stage in their lives. Strict rules determine who can receive these payments and how much they are paid. In this episode of Australia Explained we break down some of the most common government payments you may be entitled to. - ຣັຖບານອອສເຕຣເລັຍ ມີລະບົບຄວາມປອດພັຍສັງຄົມ ທີ່ໃຫ້ຄວາມຊ່ອຍເຫລືອຫລາຍຢ່າງ ແກ່ຜູ້ທີ່ມີສິດ. ຕາມຈິງແລ້ວ, ຄົນສ່ວນຫລາຍ ຈະໄດ້ຮັບເງິນ ຈາກຣັຖບານ ໃນບາງຊ່ວງໃນຊີວິດຂອງເຂົາເຈົ້າ. ກົດທີ່ເຄັ່ງຄັດ ຈະກໍານົດວ່າ ໃຜສາມາດໄດ້ຮັບເງິນຊ່ອຍເຫຼືອເຫລົ່ານີ້ ແລະຈະໄດ້ຮັບຫລາຍປານໃດ. ໃນບົດນີ້ ຂອງ Australia Explained, ເຮົາຈະອະທິບາຍ ເລື້ອງເງິນຊ່ອຍເຫຼືອຂອງຣັຖບານ ທີ່ທ່ານອາດມີສິດໄດ້ຮັບ.
ການຊັກຊ້າຂອງການອະນຸມັດ ວີຊາຜູ້ອາສັຍຢູ່ຖາວອນ.
ຫລາຍຄົນທີ່ລໍຖ້າ ການອາສັຍຢູ່ຢ່າງຖາວອນ ດ້ວຍວີຊາຍ່ອຍບາງກຸ່ມ ກ່າວວ່າ ການຊັກຊ້າ ໃນການອະນຸມັດ ໃຫ້ອາສັຍຢູ່ຢ່າງຖາວອນ ໂດຍDepartment of Home Affairs ໄດ້ເຮັດໃຫ້ເຂົາເຈົ້າ ຕົກຢູ່ໃນຄວາມບໍ່ແນ່ນອນ, ແລະບໍ່ສາມາດວາງແຜນຊີວິດໄດ້. ເຂົາເຈົ້າຮູ້ສຶກວ່າ ການມີສ່ວນຮ່ວມຂອງເຂົາເຈົ້າ ແກ່ອອສເຕຣເລັຍ-ແລະການມີສ່ວນຮ່ວມທີ່ເຂົາເຈົ້າໄດ້ເຮັດ ໃນໄລຍະໂຣກລະບາດ-ໄດ້ຮັບການຕອບແທນຢ່າງບໍ່ພຽງພໍ.
ຄວາມລັງເລໃຈຂອງຜູ້ຍິງທີ່ຈະໂທຫາ 000
ການສໍາຫລວດໃຫມ່ພົບວ່າ ປະມານຫນຶ່ງສ່ວນສາມ ຂອງຜູ້ຄົນ ຈະບໍ່ໂທຫາ Triple O ຖ້າຫາກເຂົາເຈົ້າ ມີສັນຍານຂອງອາການໂຣກຫົວໃຈ.ແຕ່ຜູ້ຊ່ຽວຊານກ່າວວ່າ ທຸກນາທີມີຄວາມສໍາຄັນຫລາຍ ເມື່ອບາງຄົນມີອາການຫົວໃຈວາຍ-ແລະຜູ້ຄົນ ບໍ່ຄວນຢ້ານທີ່ຈະຂໍຄວາມຊ່ອຍເຫລືອ.
ການສົ່ງກຳລັງທະຫານ ໄປ Ukraine
ນາຍົກຣັຖມົນຕີ Anthony Albanese ກ່າວວ່າ ຣັຖບານ Labor ຈະພິຈາຣະນາ ການສົ່ງກຳລັງທະຫານ ໄປ Ukraine ຖ້າຫາກມີ ການຂໍການ ສນັບສນູນ ຈາກອອສເຕຣເລັຍ ເຖິງແມ່ນວ່າ ຄວາມສໍາພັນກັບສະຫະຣັດອາເມຣິກາ ຈະເສື່ອມໂຊມລົງກໍຕາມ.
ເຫດການວິກິດຂອງຄວາມຮ້ອນໃນອອສເຕຣເລັຍ.
ສະພາສະພາບອາກາດ (The Climate Council) ເຕືອນວ່າ ເມືອງໃຫຍ່ທີ່ສຸດຂອງອອສເຕຣເລັຍ ອາດປະເຊີນກັບອຸນຫະພູມ ທີ່ຮ້ອນເຖິງຂັ້ນອັນຕະຣາຍ, ຍົກເວັ້ນແຕ່ຈະລົງມືເຮັດ ເພື່ອໃຫ້ການປ່ຽນແປງສະພາບອາກາດນັ້ນ ຊ້າລົງ.
ກົດໝາຍກ່ຽວກັບ ຜູ້ຂັບຣົດທີ່ໃຊ້ກັນຊາໃນ Victoria.
ຜູ້ຂັບຣົດທີ່ໃຊ້ກັນຊາ (cannabis) ໃນ Victoria ຈະບໍ່ຖືກສັ່ງປົດ ໃບອະນຸຍາດຂັບຂີ່ ໂດຍອັດຕະໂນມັດອີກຕໍ່ໄປ ພາຍໃຕ້ກົດຫມາຍໃຫມ່ ທີ່ຈະມີຜົນກະທົບໃນຣັດ.ຈາກວັນທີ 1 ເດືອນມິນາ, ຜູ້ຂັບຣົດດັ່ງກ່າວ ຈະມີໂອກາດໂຕ້ຖຽງໃນສານວ່າ ຄວາມສາມາດຂອງເຂົາເຈົ້າ ບໍ່ມີຄວາມບົກພ່ອງ ໃນຂນະທີ່ຂັບຣົດ.
ວິກິດຄວາມອຶດຫິວຂອງນັກຮຽນໃນອອສເຕຣເລັຍ
ຄວາມຝືດເຄືອງຂອງເສດຖະກິດໃນອອສເຕຣເລັຍ ໄດ້ສົ່ງຜົນກະທົບຕໍ່ ນັກຮຽນ ຜູ້ທີ່ໄປໂຮງຮຽນໂດຍບໍ່ມີອາຫານ ຫຼືຕ້ອງ ອາສັຍການ ສນັບສນຸນຈາກອົງກອນການກຸສົນ.
CRISP -ຈະກາຍເປັນແບບຖາວອນ.
ຣັຖບານກາງ ໄດ້ປະກາດວ່າ ໂຄງການທົດລອງ Community Refugee Integration and Settlement - ທີ່ຮູ້ຈັກກັນໃນນາມ CRISP ທີ່ຊ່ອຍເຫຼືອຜູ້ອົບພະຍົບໃນການຕັ້ງຖິ່ນຖານໃນ ອອສເຕຣເລັຍ -ຈະກາຍເປັນແບບຖາວອນ.
Important tips for cycling in Australia - ຄໍາແນະນໍາສໍາຄັນ ກ່ຽວກັບການຂີ່ຣົດຖີບ ໃນອອສເຕຣເລັຍ.
Riding a bicycle is a common and affordable form of transport in Australia, with people cycling for sport, recreation and to commute. Cycling also comes with some rules to keep all road users safe. - ການຂີ່ຣົດຖີບ ເປັນການຂົນສົ່ງທົ່ວໄປ ໃນອອສເຕຣເລັຍ ໂດຍທີ່ຜູ້ຄົນຂີ່ຣົດຖີບ ເພື່ອການອອກກຳລັງກາຍ, ເພື່ອການພັກຜ່ອນ ແລະເພື່ອການເດີນທາງ. ການຂີ່ຣົດຖີບ ຍັງມີກົດບາງຢ່າງ ເພື່ອຮັກສາຜູ້ໃຊ້ຖນົນໃຫ້ປອດພັຍ.
ຫຼອດດູດ plastic ກຳລັງຈະກັບຄືນມາ (ໃນອາເມຣິກາ)
ນັກສິ່ງແວດລ້ອມ ແລະຜູ້ຊ່ຽວຊານ ໄດ້ເນັ້ນຫນັກ ເຖິງຜົນກະທົບ ຂອງມົນລະພິດຂອງ plastic ວ່າບໍ່ພຽງແຕ່ຕໍ່ສັດເທົ່ານັ້ນ, ແຕ່ຍັງຮວມເຖິງ ສຸຂະພາບຂອງມະນຸດນໍາອີກ.
ການປັບປຸງລະບົບເບັ້ຍບໍານານ ໃນອອສເຕຣເລັຍ
ລາຍງານໃຫມ່ ຂອງສະຖາບັນ Grattan ທີ່ຖືກພິມ ໃນວັນທີ 20 ມັງກອນ ໄດ້ສເນີການປ່ຽນແປງຄັ້ງໃຫຍ່ຂອງລະບົບການເງິນບໍານານ ຂອງອອສເຕຣເລັຍ ເພາະຄວາມຊັບຊ້ອນ, ສ້າງຄວາມກົດດັນ ແລະເຮັດໃຫ້ຜູ້ອອກກິນເບັ້ຍບໍານານຫລາຍຄົນ ຢູ່ກິນກັບເງິນ ທີ່ຕ່ຳກວ່າຄວນຈະເປັນ.
ການນຳນ້ຳເສັຍ ມາໃຊ້ຄືນໃຫມ່ຢ່າງປອດພັຍ
ໂລກກຳລັງພົບກັບວິກິດທາງການມີນ້ຳໃຊ້. ດ້ວຍການເພີ່ມຂຶ້ນຂອງປະຊາກອນ ແລະ ສະພາບພູມອາກາດ, ການມີນ້ຳສະອາດເພື່ອການດື່ມກິນ ແລະໃຊ້ ກໍນັບມີຈະມີປັນຫາ. ຫຼາຍໆປະເທດ ເລີ້ມຫາວິທີ ທີ່ຈະນຳນ້ຳທີ່ໃຊ້ແລ້ວມາເຮັດໃຫ້ບໍຣິສຸດ ແລະສາມາດນຳມາໃຊ້ໃນຄົວເຮືອນໄດ້.
ຢາຮັກສາມະເຮັງໃໝ່ໃນອອສເຕຣເລັຍ
ນັກວິທຍາສາດ ຊາວ ອອສເຕຣເລັຍໄດ້ຄົ້ນພົບຢາຮັກສາໂຣກມະເຮັງໃໝ່ ຊຶ່ງໃຫ້ຄວາມຫວັງແກ່ຜູ້ທີ່ໃຊ້ຊີວິດກັບໂຣກນີ້. ແຕ່ນີ້ ຢານັ້ນຍັງບໍ່ທັນໄດ້ຖືກບັນຈຸຢູ່ໃນໂຄງການຜົນປໂຍດຂອງຢາ (Pharmaceutical Benefits Scheme) ເທື່ອ.
ຣັຖບານກຳລັງລົງທຶນ ໃນການຈູງໃຈກ່ຽວກັບ Bulk Billing
ຕອນນີ້ ການໄປພົບນາຍໝໍທີ່ຮັບ Bulk Billing ນັ້ນຍາກເຕັມທີ. ນີ້ແມ່ນມາຈາກການຄົ້ນພົບຂອງລາຍງານໃຫມ່ ຊີ້ໃຫ້ເຫັນວ່າ ມີສັນຍານວ່າ ນາຍໝໍກໍາລັງບໍ່ເຕັມໃຈ ທີ່ຈະຄອບຄຸມຄ່າໃຊ້ຈ່າຍເຫລົ່ານີ້ ລ່ວງຫນ້າ. ແຕ່ ຣັຖມົນຕີ ກະຊວງສາທາຣະນະສຸກ ກ່າວວ່າ ຕົວເລກຂອງການໄປຫານາຍໝໍ ໂດຍການເກັບເງິນທາງ Bulk Billing ແມ່ນເພີ່ມຂຶ້ນ...ຈາກຄວາມຊ່ອຍເຫລືອ ຈາກການລົງທຶນຂອງຣັຖບານ ໃນການຈ່າຍເງິນຈູງໃຈ (Incentive Payments) ສຳລັບຜູ້ມີບັດ Concession ແລະອາຍຸຕ່ຳກວ່າ 16 ປີ.
ການຫາສຽງໄດ້ເລີ້ມແລ້ວໂດຍທັງສອງພັກ.
ເຖິງແມ່ນວ່າ ຍັງບໍ່ມີວັນຢ່າງເປັນທາງການ, ທັງນາຍົກຣັຖມົນຕີ ແລະຜູ້ນໍາຝ່າຍຄ້ານ ກໍເລີ້ມທຳການຫາສຽງ, ໄປຢ້ຽມຢາມເຂດເລືອກຕັ້ງ ແລະປະກາດເລື່ອງງົບປະມານ. ວັນເລືອກຕັ້ງທີ່ໄວທີ່ສຸດ ພາຍໃຕ້ກົດຫມາຍການເລືອກຕັ້ງ ແມ່ນເດືອນມິນາ ແລະຈະຕ້ອງແມ່ນກ່ອນວັນທີ 17 ເດືອນພຶດສະພາ.
ໂຄງການສນັບສນູນໃໝ່ສຳລັບຜູ້ເປັນ Autism.
ຣັຖບານກາງ ໄດ້ເປີດເຜີຍ ຍຸດທະສາດ Autism ແຫ່ງຊາດ (National Autism Strategy) ເປັນເທື່ອທໍາອິດ ຂອງອອສເຕຣເລັຍ-ຊຶ່ງມີມູນຄ່າ 42ລ້ານໂດລາ ເພື່ອປັບປຸງການມີສ່ວນຮ່ວມ, ການເຂົ້າເຖິງ ແລະຜົນຮັບ ສໍາລັບຊາວອອສເຕຣເລັຍ ທີ່ເປັນ Autism.
ການຣົນນະຣົງ ຢ່າງບໍ່ເປັນທາງການໄດ້ເລີ້ມຂຶ້ນແລ້ວ
ຜູ້ນໍາພັກຝ່າຍຄ້ານ Peter Dutton ໄດ້ເປີດການຣົນນະຣົງ ຢ່າງບໍ່ເປັນທາງການ ຂອງພັກ Liberal ຢູ່ພາກຕາເວັນອອກ ຂອງເມືອງ Melbourne ໃນວັນເສົາ (12 ເດືອນມັງກອນ) ໂດຍໄດ້ປະກາດວ່າພັກ Liberal "ກັບຄືນມາແລ້ວ" ແລະ ໄດ້ສເນີຕົນເອງວ່າແມ່ນນາຍົກຣັຖມົນຕີໃນວາຣະໜ້າ. Mr Dutton ກ່າວວ່າ ຄ່າຄອງຊີບ, ພະລັງງານນິວເຄລັຍ ແລະການຍ້າຍຖິ່ນຖານ ຈະເປັນຫົວຂໍ້ສໍາຄັນທີ່ສຸດ ຂອງພັກ ຖ້າຫາກພັກ Liberal ຊນະການເລືອກຕັ້ງ ແຕ່ຜູ້ຊ່ຽວຊານກ່າວວ່າ ມັນມີຫຼາຍປັດຈັຍທີ່ແຊກຊ້ອນ ສຳລັບການເລືອກຕັ້ງຂອງປີນີ້.
TikTok ກຳລັງຈະຖືກສັ່ງໃຫ້ຂາຍກິດຈະການຫຼືປິດລົງ.
ສະພານິຕິບັນຍັດ ຂອງສະຫະຣັດອາເມຣິກາ ກຳລັງຈະ ສັງ TikTok ໃຫ້ຂາຍກິດຈະການຫຼືປິດລົງ ເພື່ອຄວາມເປັນອິດສຣະຢ່າງເຕັມທີ່, ແລະຈະບໍ່ເປັນເຄື່ອງມື ຂອງຣັຖບານຈີນ. ແຕ່ກໍມີ ຄື້ນຂອງການປະທ້ວງ ແລະຄວາມກະຕືລືລົ້ນ ທີ່ຈະໃຊ້ App ອື່ນຂອງຈີນ. ເຖິງແມ່ນວ່າ ການປິດລົງຂອງ TikTok ຈະບໍ່ກະທົບຜູ້ໃຊ້ໃນ ອອສເຕຣເລັຍ ແຕ່ຜູ້ຊ່ຽວຊານກ່າວ່າ ມັນຈະກະທົບໂດຍທາງອ້ອມ.
ໂຄງການຂຍາຍອຳນາດຂອງ Trump.
ເຖິງແມ່ນວ່າຍັງບໍ່ທັນໄດ້ເຂົ້າຮັບຕຳແໜ່ງເປັນທາງການເທື່ອ ແຕ່ Trump ກໍມີໂຄງການທີ່ຈະຮວມເອົາ ທັງດິນແດນ ແລະການຄວບຄຸມຕ່າງໆ ໃນຕ່າງປະເທດ. ນັ້ນກໍ່ໃຫ້ເກີດປະຕິກິຣິຍາຕໍ່ຕ້ານຢ່າງແຮງ.
ການຮັບຮອງຕຳແໜ່ງ ຂອງ Donald Trump
ສະພາສູງ ຂອງອາເມຣິກາ ໄດ້ຮັບຮອງໄຊຊນະ ການເລືອກຕັ້ງປະທານາທິບໍດີ ປີ 2024 ວ່າ Donald Trump ມີວາຣະຈະເລີ່ມຕົ້ນໃນຕຳ ແໜ່ງນີ້ ໃນວັນທີ 20 ເດືອນມັງກອນ ປີ 2025. ຜ້ຊ່ຽວຊານ ແລະຜູ້ສັງເກດການດ້ານການເມືອງອາເມຣິກາ ກ່າວວ່າ ເຫດການນີ້ ຈະແບ່ງແຍກ ອາເມຣິກາ ແລະມັນອາດເກີດຂຶ້ນໄດ້ອີກ ໃນອະນາຄົດ ຍ້ອນວ່າ ຣັຖທັມມະນູນ ມີຊ່ອງວ່າງໃນຄວາມສາມາດ ໃນການກວດສອບ ແລະຄວາມຖ່ວງດຸນອໍານາດ ໃນລະບົບ ເພື່ອໃຫ້ຜູ້ປົກຄອງຮັບຜິດຊອບ.
ຊາວ Queensland ໄດ້ຖືກຊຸກຍູ້ໃຫ້ສັກວັກຊີນ ໄຂ້ຫວັດໃຫຍ່.
ຊາວ Queensland ກໍາລັງຖືກຊຸກຍູ້ ໃຫ້ໄປຮັບການສັກ Vaccine ປ້ອງກັນໄຂ້ຫວັດໃຫຍ່ ແລະວ່າ ມັນຈະສືບຕໍ່ສເນີ Vaccine ຟຣີ ໃນການຄາດການວ່າ ລະດູໄຂ້ຫວັດໃຫຍ່ ທີ່ອັນຕະຣາຍກຳລັງຈະມາຮອດ. ການເຮັດດັ່ງນັ້ນກໍເພາະວ່າ ມັນເປັນຄວາມເໝາະສົມທາງເສດຖະກິດ ທີ່ວ່າຖ້າຫາກເຂົາເຈົ້າລົງທຶນໃນການດູແລສຸຂະພາບຂັ້ນຕົ້ນ ແລະການປ້ອງກັນສຸຂະພາບ, ແລ້ວເຂົາເຈົ້າຈະບໍ່ຈໍາເປັນ ຕ້ອງເສັຍເງິນຫລາຍ ໃນການຮັກສາໂຣກ ໃນອີກດ້ານຫນຶ່ງ.
ປ້າຍເຕືອນໂຣກມະເຮັງຢູ່ໃນເຫລົ້າ.
ເຫລົ້າເປັນສາເຫດອັນດັບສາມ ຂອງໂຣກມະເຮັງ ທີ່ສາມາດປ້ອງກັນໄດ້, ຮອງຈາກຢາສູບ ແລະໂຣກຄວາມອ້ວນ. ທ່ານຫມໍຊັ້ນແນວໜ້າ ຂອງສະຫະຣັດອາເມຣິກາ ກໍາລັງຮຽກຮ້ອງ ໃຫ້ມີການເຕືອນ ເລື່ອງໂຣກມະເຮັງ ຢູ່ໃນເຄື່ອງດື່ມເຫລົ້າ ຂອງປະເທດ ແລະອອສເຕຣເລັຍກຳລັງຖົກຖຽງວ່າ ມາດຕະການນີ້ ຄວນນຳເອົາມສໃຊ້ ສຳລັບຜູ້ບໍຣິໂພກອອສເຕຣເລັຍຫຼືບໍ່?
ຄົບຮອບ 50 ປີຂອງລົມພະຍຸ ເຂດຮ້ອນ (Tropical Cyclone) Tracy.
ໃນວັນ ຄຣິສມັສ ປີ 1974, ພາຍຸເຂດຮ້ອນ Tracy ໄດ້ທຳລາຍເມືອງ Darwin ແລະໄດ້ສ້າງຄວາມເສັຍຫາຍແກ່ຊັບສິນ ແລະຊີວິດຂອງປະຊາຊົນ. ປີນີ້ ກໍແມ່ນມື້ຄົບຮອບ 50 ປີຂອງພັຍພິບັດນັ້ນ ຊຶ່ງຍັງຢູ່ໃນຄວາມຊົງຈຳ ຂອງຜູ້ທີ່ປະສົບກັບມັນ.
ອອສເຕຣເລັຍຈະເປີດສະຖານທູດອີກ ທີ່ Ukraine
ຫຼັງຈາກທີ່ຖືກປິດເນື່ອງຈາກການບຸກຣຸກ ຂອງ ຣັສເຊັຍ, ອອສເຕຣເລັຍຈະເປີດສະຖານທູດອີກເທື່ອນຶງໃນ Ukraine ຕົ້ນປີໜ້າ. ໃນຂນະທີ່ ປະເທດຕາເວັນຕົກອື່ນໆ ໄດ້ເປີດສະຖານທູດຂອງຕົນເອງຄືນເປັນເວລານານແລ້ວກໍຕາມ. ຣັຖມົນຕີການຕ່າງປະເທດ, Penny Wong ກ່າວວ່າ ອອສເຕຣເລັຍເຮັດເຊັ່ນນັ້ນກໍດ້ວຍເຫດຜົນດ້ານຄວາມປອດພັຍ ບໍ່ແມ່ນຍ້ອນການຕອບຮັບໂຕ້ ຕໍ່ຄໍາສັນຍາຂອງຝ່າຍຄ້ານ ທີ່ຈະເປີດສະຖານທູດອີກ ຖ້າຫາກຊນະການເລືອກຕັ້ງ.
ກົດບັດສິດທິຂອງຜູ້ໂດຍສານທາງອາກາດ ຂອງ ອອສເຕຣເລັຍ.
ກົດໝາຍຄຸ້ມຄອງຜູ້ບໍຣິໂພກກຳລັງຈະຖືກສເນີຕໍ່ຣັຖສະພາໃນການແກ້ປັນຫາຂອງຜູ້ໂດຍສານທາງອາກາດ ທີ່ ບໍ່ໄດ້ຮັບຄວາມເປັນທັມ. ຈະມີບົດລົງໂທດສຳລັບາຍການບິນ ທີ່ລະເມີດກົດໝາຍນີ້ ຊຶ່ງໃນເດືອນສິງຫາ ປີ 2023 Qantas ໄດ້ຕົກລົງ ທີ່ຈະຈ່າຍເງິນ 20 ລ້ານໂດລາ ໃຫ້ລູກຄ້າຫລາຍກວ່າ 86,000ຄົນ (ຂຶ້ນຢູ່ກັບການອະນຸມັດຂອງສານ)-ນອກເຫນືອໄປຈາກ ການລົງໂທດປັບໃໝ $100 ລ້ານ ສໍາລັບການລະເມີດກົດຫມາຍຄຸ້ມຄອງ ຜູ້ບໍຣິໂພກຂອງອອສເຕຣເລັຍ.
ຄົບຮອບຊາວປີຂອງ Tsunami.
ໃນວັນທີ 26 ເດືອນທັນວາ ປີ 2004, ແຜ່ນດິນໄຫວໃຕ້ທະເລ ຂນາດ 9.1 ຊຶ່ງໄດ້ກໍ່ໃຫ້ເກີດຄື້ນ Tsunami ແລະໄດ້ແຜ່ຂຍາຍໄປທົ່ວມະຫາສມຸດອິນເດັຍ, ດ້ວຍຄວາມໄວ 800 ກິໂລແມັດ ຕໍ່ຊົ່ວໂມງ. ມັນໄດ້ນໍາພັຍທັມມະຊາດ ມາສູ່ 14 ປະເທດ, ໄດ້ກວາດລ້າງຊຸມຊົນ ທັງຫມົດໃນເອເຊັຍຕາເວັນອອກສ່ຽງໃຕ້ ແລະເອເຊັຍໃຕ້ ແລະສົ່ງຜົນກະທົບ ຕໍ່ເຂດແຄມຝັ່ງທະເລ ຈົນເຖິງອາຟຣິກາ ຕາເວັນອອກ. ລວມແລ້ວ ມີຜູ້ເສັຍຊີວິດ ຢ່າງຫນ້ອຍ 225,000 ຄົນ.
ຄຳເຕືອນຂອງ NATO ກ່ຽວກັບສົງຄາມໃນຢູໂຣບ.
ຜູ້ນຳຄົນໃຫມ່ຂອງ NATO ໄດ້ຮຽກຮ້ອງ ໃຫ້ມີການໃຊ້ຈ່າຍດ້ານການປ້ອງກັນຫລາຍກວ່າເກົ່າ ເພື່ອຕ້ານກັບຣັສເຊັຍ, ໂດຍກ່າວວ່າ ສະມາຊິກພັນທະມິດ ຕ້ອງ 'ປ່ຽນຄວາມຄິດໃນຍາມສົງຄາມ' ພ້ອມທັງອະທິບາຍເຖິງສະຖານະການ ຄວາມໝັ້ນຄົງທົ່ວໂລກ ວ່າເປັນ 'ສິ່ງທີ່ຮ້າຍແຮງທີ່ສຸດໃນຊີວິດຂອງລາວ' ແລະໄດ້ເຕືອນ ເຖິງຄວາມທະເຍີທະຍານ ຂອງປະເທດຈີນ.
Understanding how pharmacies operate in Australia - ທຳຄວາມເຂົ້າໃຈວ່າຮ້ານຂາຍຢາ ດໍາເນີນງານແນວໃດໃນອອສເຕຣເລັຍ
In Australia pharmacists dispense prescription medications and provide healthcare advice, educating the community on the use of medicines and disease prevention. - ໃນອອສເຕຣເລັຍ ທ່ານຫມໍຢາໃຫ້ຢາຕາມໃບສັ່ງໝໍ, ໃຫ້ຄໍາແນະນໍາດ້ານການດູແລສຸຂະພາບ, ໃຫ້ຄວາມຮູ້ກ່ຽວກັບການໃຊ້ຢາຢ່າງປອດພັຍ ແລະ ການປ້ອງກັນໂຣກ.
ການກັບຄືນອອສເຕຣເລັຍຂອງ“the Bali Nine”.
ຫຼັງຈາກການໃຊ້ຊີວິດໃນຄຸກທີ່ ອິນໂດເນເຊັຍເປັນເວລາຫຼາຍປີ. ບັດນີ້ ພວກເຂົາໄດ້ກັບຄືນປະເທດ ຈາກການເຈຣະຈາລະຫວ່າງ ນາຍົກຣັຖມົນຕີ ແລະປະທານາທິບໍດີຂອງ ອິນໂດເນເຊັຍ. ແຕ່ສະມາຊິກຂອງກຸ່ມ ສອງຄົນໄດ້ຖືກປະຫານຊີວິດ ໃນປີ 2015 ແລະອີກຄົນໜຶ່ງຕາຍດ້ວຍໂຣກ ມະເຮັງ ໃນປີ 2018.
ພາຍຸໄຊຄະໂລນ Chido ທີ່ເກາະ Mayotte.
ພາຍຸໄຊຄະໂລນ Chido ທີ່ພັດຖລົ່ມເກາະ Mayotte ຂອງຝຣັ່ງ ແລະໄດ້ສ້າງຄວາມເສັຍຫາຍຢ່າງໜັກ. ນອກຈາກຄວາມເສັຍຫາຍທາງຊັບສິນແລ້ວ, ທາງການຍັງມີຄວາມເປັນຫ່ວງກ່ຽວກັບໂຣກລະບາດ ເຊັ່ນ ໂຣກອະຫິວາ ແລະໄຂ້ປ່າ ທີ່ອາດມາກັບນ້ຳຖ້ວມນຳອີກ. $ນຂນະດຽວກັນ, ທາງຢູໂຮບກໍໃຫ້ຄຳໝັ້ນວ່າ ຈະບໍ່ປະຖິ້ມ Mayotte ແລະຈະໃຫ້ຄວາມສນັບສນູນຢ່າງເຕັມທີ່.
ປວັດການອະພັຍໂທດ ຂອງອາເມຣິກາ.
ປະທານາທິບໍດີ ຂອງສະຫະຣັດອາເມຣິກາ ມີອໍານາດ ທີ່ຈະໃຫ້ອະພັຍໂທດຜູ້ໃດກໍໄດ້ ພາຍໃຕ້ຣັຖທັມມະນູນ ຂອງສະຫະຣັດອາເມຣິກາ-ແລະສິດທິພິເສດນັ້ນ ໄດ້ກາຍເປັນຫົວຂໍ້ຂ່າວເມື່ອບໍ່ດົນມານີ້ ເມື່ອ Biden ໄດ້ຕັດສິນໃຈ ທີ່ຈະໃຫ້ອະພັຍໂທດ Hunter ຜູ້ເປັນລູກຊາຍ. ຜູ້ຊ່ຽວຊານດ້ານກົດໝາຍກ່າວວ່າ Donald Trump ອາດຈະໃຊ້ຂໍ້ອ້າງນີ້ ໃຫ້ອະພັຍໂທດ
ລາງວັນ Nobel ສາຂາສັນຕິພາບ.
ກຸ່ມຮາກຫຍ້າ ຂອງຜູ້ລອດຊີວິດ ຈາກການຖິມລະເບີດປະຣະມານູ (Atomic Bombings) ທີ່ Hiroshima ແລະ Nagasaki ໃນປີ 1945 ໄດ້ຮັບລາງວັນ Nobel ສາຂາສັນຕິພາບ. ຜູ້ໄດ້ຮັບ ລາງວັນ Nobel ສາຂາສັນຕິພາບ ໃນປີນີ້ກໍາລັງຮຽກຮ້ອງຜູ້ນໍາຂອງໂລກ ບໍ່ໃຫ້ລືມອະດີດ.
ສະຖານະການຫຼ້າສຸດຂອງຊີເຣັຍ.
ສະພາຄວາມໝັນຄົງ ຂອງສະຫະປະຊາຊາດ ໄດ້ປະຊຸມກັນເພື່ອສົນທະນາ ກ່ຽວກັບສະຖານະການ ທີ່ກໍາລັງປ່ຽນແປງ ໃນປະເທດຊີເຣັຍ. ໃນຂນະທີ່ ເຢັຍຣະມັນ ແລະປະເທດຝຣັ່ງ ກໍໄດ້ສົນທະນາ ກ່ຽວກັບຄວາມເປັນໄປໄດ້ ໃນການຮ່ວມມື ກັບຜູ້ນໍາຄົນໃຫມ່ຂອງຊີເຣັຍ. ກຸ່ມຕໍ່ຕ້ານ ທີ່ໂຄ່ນລົ້ມ al-Assad ໄດ້ປະກາດນິຣະໂທດກັມ ທົ່ວໄປ (General Amnesty) ສໍາລັບທະຫານທຸກຄົນ ທີ່ຖືກເກນເຂົ້າເປັນທະຫານ ພາຍໃຕ້ການປົກຄອງ ຂອງອະດີດຜູ້ນຳ ແລະ Türkiye ກ່າວວ່າ ມັນກໍາລັງເປີດປະຕູຊາຍແດນ ກັບປະເທດຊີເຣັຍ ເພື່ອຈັດການ ການກັບຄືນຢ່າງປອດພັຍ ແລະດ້ວຍຄວາມສມັກໃຈ ຂອງຜູ້ອົບພະຍົບຊາວຊີເຣັຍ ຫລາຍລ້ານຄົນ ທີ່ອາສັຍຢູ່ໃນປະເທດນີ້.
ສ່ວນເກີນ ແລະສິ່ງເສດເຫຼືອຈາກ ຄຣິດສະມັສ.
ການສໍາຫລວດຄວາມຄິດເຫັນ ໂດຍສະຖາບັນອອສເຕຣເລັຍ (the Australia Institute) ໄດ້ໃຫ້ປະເມີນໂຕເລກ ການໃຊ້ຈ່າຍຂອງຄຣິດສະມັສ ທີ່ໝົດເປືອງ-ແລະແມ່ນຫລາຍກວ່າ 1 ພັນລ້ານໂດລາ.ນັ້ນຄື ຄ່າໃຊ້ຈ່າຍໂດຍປະມານ ຂອງຂອງຂວັນ ທີ່ບໍ່ຕ້ອງການທີ່ ຈະແລກປ່ຽນກັນ ໃນຄຣິດສະມັສນີ້, ຊຶ່ງຫລາຍຢ່າງ ຈະສິ້ນສຸດລົງດ້ວຍການ ເປັນສິ່ງເສດເຫຼືອ ທີ່ຖືກຝັງດິນ ຍ້ອນເຫດຜົນຫຼາຍປະການ.
ຊາວອອສເຕຣເລັຍເປັນຫ່ວງ ກ່ຽວກັບສະພາບອາກາດ
ຊາວອອສເຕຣເລັຍ ເປັນຫ່ວງ ກ່ຽວກັບອະນາຄົດ ຂອງສະພາບອາກາດ ທີ່ຮຸນແຮງສໍາລັບປະເທດ. ສະພາບການນ້ຳຖ້ວມ ພາຍຸຝົນກໍ ມີຫລາຍຂຶ້ນເລື້ອຍໆ ໄດ້ເຮັດໃຫ້ບໍຣິການຣົດໄຟ ຕົກຢູ່ໃນຄວາມວຸ້ນວາຍ, ຣົດຖືກປະຖິ້ມ ແລະຜູ້ຄົນໄດ້ແລ່ນໄປຫາບ່ອນຫລົບພັຍ ໃນ ຂນະ ທີ່ຫ້າຣັດ ຖືກທໍາລາຍດ້ວຍພາຍຸຝົນ ແລະນ້ຳຖ້ວມ. ແຕ່ຜົນກະທົບຂອງສະພາບອາກາດ -ໍໄດ້ມີແຕ່ໃນອອສເຕຣເລັຍເທົ່ານັ້ນ. ຫຼາຍປະເທດທົ່ວໂລກກໍປະສົບກັບສະພາວະດຽວກັນ.
Finding a bank account that works hard for you - ການຊອກຫາບັນຊີທະນາຄານ ທີ່ເຮັດວຽກຫນັກສໍາລັບທ່ານ.
If you have a job, receive government benefits or want to pay your bills easily you’ll need a bank account. You may even need more than one. To join the 20 million customers who hold Australian bank accounts, take some time to find one that best suits your needs. - ຖ້າທ່ານມີວຽກເຮັດ, ຮັບສວັດດີການຈາກຣັຖບານ ຫຼືຢາກຊຳລະຄ່າໃຊ້ຈ່າຍຢ່າງງ່າຍໆ ທ່ານຈະຕ້ອງມີບັນຊີທະນາຄານ. ທ່ານອາດຈໍາເປັນຕ້ອງມີຫຼາຍກວ່າຫນຶ່ງບັນຊີ. ໃນການເປັນລູກຄ້າຄືກັບ 20 ລ້ານຄົນ ທີ່ມີບັນຊີທະນາຄານຂອງອອສເຕຣເລັຍ ມັນກຸ້ມຄ່າທີ່ຈະໃຊ້ເວລາ ເພື່ອຊອກຫາບັນຊີ ທີ່ເຫມາະສົມກັບຄວາມຕ້ອງການຂອງທ່ານ.