
SBS Lao - SBS ພາສາລາວ
711 episodes — Page 3 of 15

ການໃຊ້ AI ໃນການຄົ້ນຄວ້າກ່ຽວກັບມະເລັງສມອງ.
ມູນນິທິຄົ້ນຄວ້າໂຣກມະເລັງອອສເຕຣເລັຍ (The Australian Cancer Research Foundation) ໄດ້ມອບເງິນສນັບສນູນ 2.5 ລ້ານໂດລາ ໃຫ້ແກ່ສະຖາບັນການຄົ້ນຄວ້າ ເລື່ອງການແພດຂອງ Walter and Eliza Hall ໃນເມືອງ Melbourne. ມັນຈະໃຫ້ເງິນສນັບສນູນ ແກ່ຫ້ອງທົດລອງ ສໍາລັບການຄົ້ນຄວ້າເລື່ອງການປິ່ນປົວໂຣກມະເລັງໃນສມອງ ເຊັ່ນ DIPG ໃນເດັກນ້ອຍ ແລະGlioblastoma-ຊຶ່ງເປັນໂຣກມະເລັງໃນສມອງທີ່ຮ້າຍແຮງອີກຊະນິດຫນຶ່ງ ໃນຜູ້ໃຫຍ່.

How to plan for your child’s financial future in Australia - ວາງແຜນອະນາຄົດດ້ານການເງິນຂອງລູກທ່ານ ໃນອອສເຕຣເລັຍ ແນວໃດ?
Financial planning can feel stressful for any parent. When it comes to saving for your child’s future, knowing your options helps make informed decisions. And teaching your kid healthy money habits can be part of the process. - ການວາງແຜນທາງດ້ານການເງິນສາມາດຮູ້ສຶກເຄັ່ງຕຶງສໍາລັບພໍ່ແມ່ທຸກຄົນ. ເມື່ອເວົ້າເຖິງການທ້ອນເງິນ ເພື່ອອະນາຄົດຂອງລູກ ການຮູ້ທາງເລືອກຂອງເຈົ້າ ຈະຊ່ວຍໃນການຕັດສິນໃຈຢ່າງຮອບຄອບ. ແລະການສອນລູກຂອງທ່ານ ໃຫ້ຮູ້ເຖິງນິສັຍເລື່ອງການເງິນທີ່ດີ ສາມາດເປັນສ່ວນຫນຶ່ງຂອງຂັ້ນຕອນນັ້ນ.
ການປະທະຄັ້ງໃໝ່ລະຫວ່າງໄທ ແລະ ກຳປູເຈັຍ.
ການສູ້ຮົບ ລະຫວ່າງໄທ ແລະ ກຳປູເຈັຍ ແມ່ນຮ້າຍແຮງທີ່ສຸດ ນັບຕັ້ງແຕ່ການຍິງຕອບໂຕ້ ດ້ວຍຈະຫລວດ ແລະປືນໃຫຍ່ ເປັນເວລາຫ້າມື້ ໃນເດືອນກໍລະກົດ. ແຕ່ລະຝ່າຍ ກໍາລັງກ່າວໂທດອີກຝ່າຍຫນຶ່ງ ໃນການເລີ່ມຕົ້ນການປະທະຄັ້ງຫຼ້າສຸດ ແລະຍັງບໍ່ແນ່ໃຈວ່າ ການຢຸດຍິງທີ່ປະທານາທິບໍດີ Donald Trump ເປັນຕົວກາງໃນເດືອນກໍລະກົດ ຈະສາມາດຊ່ອຍໄດ້ແນວໃດ ແລະທັງສອງຝ່າຍກໍກ່າວວ່າ ເຂົາເຈົ້າຈະບໍ່ຖອຍຫນີ ຈາກການປົກປ້ອງອະທິປະໄຕຂອງຕົນ.

ຄວາມກັງວົນຂອງໄວລຸ້ນ ກ່ຽວກັບອະນາຄົດ
ໃນການສໍາຫລວດທັດສະນະຂອງຊາວຫນຸ່ມ ຂອງ Mission Australia ສະແດງໃຫ້ເຫັນວ່າ 64 ສ່ວນຮ້ອຍ ຂອງຜູ້ຕອບແບບສອບຖາມ ບອກວ່າ ຄ່າຄອງຊີບ ເປັນບັນຫາທີ່ຮີບດ່ວນທີ່ສຸດ. ນອກຈາກຄ່າຄອງຊີບແລ້ວ, ມັນພົບວ່າ ສຸຂະພາບທາງຈິດ ເປັນບັນຫາອັນດັບທີສອງ, ໂດຍທີ່ 29 ເປີເຊັນ ຂອງຜູ້ຕອບແບບສອບຖາມ ວ່າເປັນຫນຶ່ງໃນສາມ ຄວາມເປັນຫ່ວງທີ່ສຸດຂອງເຂົາເຈົ້າ, ຕິດຕາມດ້ວຍການປ່ຽນແປງຂອງສະພາບອາກາດ ຊຶ່ງຢູ່ທີ່ 27 ເປີເຊັນ ແລະທີ່ຢູ່ອາສັຍແລະການຂາດທີ່ຢູ່ອາສັຍ ທີ່ 25 ເປີເຊັນ.

ການຮຸກຮານ Venezuela ຂອງອາເມຣິກາ.
ສະຫະຣັດ ໄດ້ສົ່ງທະຫານຫລາຍພັນຄົນ ແລະກໍາປັ່ນສູ້ຮົບຫລາຍສິບລໍາ ໄປທີ່ Venezuela ແລະໄດ້ປິດກັ້ນ ທັງນ່ານນ້ຳແລະນ່ານຟ້າ ອີກດ້ວຍ. ຂໍ້ອ້າງຂອງອາເມຣິກາແມ່ນວ່າ ປະທານາທິບໍດີ Maduro ເປັນຜູ້ຄ້າຢາເສບຕິດ, ໃນຂນະທີ່ທາງ Venezuela ກ່າວວ່າ Trump ເຮັດເຊັ່ນນັ້ນເພື່ອຜົນປໂຍດສ່ວນໂຕ.

ການກຽມຮັບມືກັບລະດູໄຟປ່າ.
ອົງກອນ ແລະເຈົ້າໜ້າທີ່ຂອງຣັດຕ່າງໆ ກຳລັງຊຸກຍູ້ໃຫ້ຊາວອອສເຕຣເລັຍ ຕຽມໂຕສຳລັບລະດູຮ້ອນທີ່ຈະມາເຖິງ ໂດຍສະເພາະ ການຕຽມໂຕ ສຳລັບໄຟປ່າ ຊຶ່ງຄາດວ່າຈະຮ້າຍແຮງເປັນພິເສດ.

ເຈຣະຈາສັນຕິພາບ ລະຫວ່າງຣັສເຊັຍ ແລະ Ukraine
Donald Trump ຂອງສະຫະຣັດອາເມຣິກາ ອ້າງວ່າຂໍ້ຕົກລົງສັນຕິພາບ ລະຫວ່າງຣັສເຊັຍ ແລະ Ukraine ໃກ້ເຂົ້າມາແລ້ວ, ໃນຂນະທີ່ Volodymyr Zelenskyy ໄດ້ຕົກລົງ ໃນຫລັກການ ກັບໂຄງຮ່າງສັນຕິພາບໃຫມ່ ທີ່ສເນີໂດຍສະຫະຣັດອາເມຣິກາ. ປະທານາທິບໍດີ Ukraine ຍັງລະມັດລະວັງ ທີ່ຈະຖືກບັງຄັບໃຫ້ຮັບເອົາຂໍ້ຕົກລົງ ຕາມເງື່ອນໄຂຂອງຣັສເຊັຍ, ໃນຂນະທີ່ຊາວUkraine ເບິ່ງຄືວ່າ ບໍ່ເຕັມໃຈທີ່ຈະເຮັດຕາມຂໍ້ຮຽກຮ້ອງຂອງຣັສເຊັຍ ແລະມີຄວາມເປັນຫ່ວງ ສໍາລັບການໃຫ້ຣັສເຊັຍໄດ້ປຽບຢ່າງຫຼາຍ ໂດຍການຮຽກຮ້ອງໃຫ້ Ukraine ຍອມ ສລະ ດິນແດນ ແລະຫ້າມບໍ່ໃຫ້ເຂົ້າຮ່ວມ NATO.

'ເພດານໄມ້ໄຜ່ (Bamboo Ceiling)' ແມ່ນຫຍັງ?
'ເພດານໄມ້ໄຜ່ (Bamboo Ceiling)' ແມ່ນຄຳເອີ້ນຂີດຈຳກັດຂອງຄວາມສຳເລັດຂອງຄົນເອເຊັຍ. ມີພຽງແຕ່ຫ້າຄົນ ທີ່ມີພື້ນຖານຈາກເອເຊັຍເທົ່ານັ້ນ ທີ່ຢູ່ໃນຕໍາແຫນ່ງຜູ້ນໍາຂອງ ASX100 ແເພດານນີ້ກຳລັງຈະຖືກທຳລາຍລົງເທື່ອລະນ້ອຍໃນອອສເຕຣເລັຍ.

ຄວາມສາມາດ ໃນການຈ່າຍຄ່າເຊົ່າ
ດັດຊະນີ ຂອງຄວາມສາມາດໃນການຈ່າຍຄ່າເຊົ່າ (Rental Affordability Index) ຫຼ້າສຸດຂອງ National Shelter ສະແດງໃຫ້ເຫັນວ່າ ຄວາມກົດດັນນີ້ ກໍາລັງເກີດຂຶ້ນທົ່ວປະເທດ. ເຖິງແມ່ນວ່າ ອັດຕາດອກເບັ້ຍຈະຫມັ້ນຄົງ, ແຕ່ຄວາມກົດດັນດ້ານການເຊົ່າເຮືອນ ຍັງບໍ່ປ່ຽນແປງທົ່ວອອສເຕຣເລັຍ. ໃນຫລາຍເມືອງຫລວງ, ຄອບຄົວຍັງຕ້ອງໃຊ້ຈ່າຍເກືອບຫນຶ່ງສ່ວນສາມ ຂອງລາຍໄດ້ຂອງເຂົາເຈົ້າ ພຽງແຕ່ເພື່ອໃຫ້ມີຫລັງຄາ ຢູ່ເທິງຫົວຂອງເຂົາເຈົ້າ.

ງົບປະມານສາທາຣະນະສຸກໃນອອສເຕຣເລັຍ.
ນາຍົກຣັດຖະມົນຕີຂອງຣັດ ໄດ້ມາເຕົ້າໂຮມກັນ ໃນການປະຊຸມສຸກເສີນ, ເນື່ອງຈາກຄວາມເຄັ່ງຕຶງເພີ່ມຂຶ້ນ ກ່ຽວກັບການບັນລຸຂໍ້ຕົກລົງ ເລື່ອງງົບປະມານຂອງໂຮງຫມໍຂອງຣັດ ກັບຣັດຖະບານກາງ. ລາຍງານຈາກສະຖາບັນ Grattan ພົບວ່າຢ່າງໜ້ອຍມີປະມານ 1.2 ພັນລ້ານໂດລາຕໍ່ປີ ໃນລະບົບທີ່ບໍ່ກ່ຽວກັບການຊ່ອຍເຫລືອຄົນໄຂ້ ແລະສາມາດນຳມາໃຊ້ຈ່າຍໃນທາງທີດີກວ່າ.

ເຕືອນນັກຮຽນຕ່າງຊາດກ່ຽວກັບ ການຫຼອກລວງ.
AFP ໄດ້ອອກຄໍາເຕືອນຢ່າງຮີບດ່ວນ ສໍາລັບນັກຮຽນຕ່າງຊາດ ທີ່ຈະເດີນທາງອອກຈາກອອສເຕຣເລັຍ ຫລັງຈາກຈົບມະຫາວິທະຍາໄລ.ນັກຮຽນສາມາດເຂົ້າຫາໄດ້ ໂດຍກຸ່ມອາດຊະຍາກັມ ຊຶ່ງສເນີເງິນຫລາຍຮ້ອຍໂດລາ ສໍາລັບການໃຊ້ບັນຊີທະນາຄານ ໃນອອສເຕຣເລັຍຂອງເຂົາເຈົ້າ. ເອກະສານປະຈໍາຕົວ ເຊັ່ນຫນັງສືຜ່ານແດນ, ໃບຂັບຂີ່ ຫຼືບັດປະຈຳຕົວ ທີ່ອອກໃຫ້ໂດຍຣັດຖະບານ ກໍສາມາດໃຊ້ ເພື່ອເປີດບັນຊີທະນາຄານໃນຊື່ຂອງເຫຍື່ອໄດ້.

ການຊຸມນຸມປະທ້ວງຂອງກຸ່ມ neo-Nazi.
ທະນາຍຄວາມ ເລື່ອງສິດທິມະນຸດກ່າວວ່າ ການລົງໂທດການປະທ້ວງ ຂອງກຸ່ມ neo-Nazi ເບິ່ງຄືວ່າເປັນສອງມາດຕະຖານ ສໍາລັບຣັດຖະບານຂອງຣັດ ທີ່ສນັບສນູນການລົງໂທດ ແລະຂໍ້ຈໍາກັດການປະທ້ວງທີ່ຮຸນແຮງ. ການປະທ້ວງນັ້ນ ໄດ້ຮັບອະນຸຍາດຈາກຕໍາຫລວດ New South Wales ພາຍໃຕ້ກົດຫມາຍ ຂອງການປະທ້ວງຂອງຣັດ. ໃນຣັດNew South Wales, ການປະທ້ວງ ສາມາດຂໍອະນຸຍາດ ໂດຍການສົ່ງຄຳຮ້ອງທີ່ເອີ້ນວ່າ 'Form1' ຢ່າງຫນ້ອຍເຈັດມື້ ແລະຖ້າສານບໍ່ໄດ້ສັ່ງຫ້າມການຊຸມນຸມນັ້ນ, ມັນກໍຈະຖືວ່າ ເປັນການຊຸມນຸມທີ່ໄດ້ຮັບອະນຸຍາດ.

ການເປີດເຜີຍແຟ້ມ ຄະດີທາງເພດ ທີ່ອາດກ່ຽວກັບ Donald Trump
ຜູ້ແທນພັກ Democrat ໃນຄນະກໍາມະການດູແລ ແລະການປະຕິຮູບຣັດຖະບານ ຂອງສະພາ (the House Committee on Oversight and Government Reform) ໄດ້ເຜີຍແພ່ emails ຈາກສົມບັດຂອງ Jeffrey Epstein ທີ່ກໍ່ໃຫ້ເກີດຄໍາຖາມໃຫມ່ ກ່ຽວກັບຄວາມຮູ້ຂອງ Donald Trump ກ່ຽວກັບການລ່ວງລະເມີດຂອງ Epstein ຕາມທີ່ກ່າວຫາ.

ຄຳເຕືອນກ່ຽວກັບຄວາມສ່ຽງຕໍ່ "ນັກຮຽນ (Schoolies)".
ໃນຂນະທີ່ໄວລຸ້ນຫລາຍພັນຄົນ ສເລີມສລອງການສິ້ນສຸດ ຂອງປີ 12,ເຂົາເຈົ້າໄດ້ຮັບການເຕືອນ ເຖິງຄວາມສ່ຽງທີ່ມາຈາກການດື່ມເຄື່ອງມຶນເມົາ, ໂດຍສະເພາະຢູ່ຕ່າງປະເທດ. ການຣົນນະຣົງນີ້ ໃຫ້ຄໍາແນະນໍາແກ່ໄວລຸ້ນ ແລະພໍ່ແມ່ ກ່ຽວກັບການດື່ມເຄື່ອງມຶນເມົາ ໃນປະຣິມານທີ່ພໍສົມຄວນ, ດູແລຫມູ່ເພື່ອນ, ແລະຄວາມສ່ຽງທີ່ເກີດຈາກເຄື່ອງດື່ມທີ່ບໍ່ມີປ້າຍ, ລາຄາຖືກ ຫລືໜ້າສົງໄສ.

ມີການປິດໂຮງຮຽນຍ້ອນການປົນເປື້ອນຂອງ Asbestos.
ການເອີ້ນຄືນດິນຊາຍຫລິ້ນສີທີ່ນຳເຂົ້າ (Imported coloured play sand) ທົ່ວປະເທດ ທີ່ປົນເປື້ອນດ້ວຍ Asbestos ໄດ້ຂຍາຍຜົນກະທົບຂອງມັນກວ້າງຂຶ້ນ. ບັດນີ້ ມີການປິດໂຮງຮຽນ ແລະຄວາມພຍາຍາມໃນການແກ້ໄຂທົ່ວSouth Australia, ACT ແລະ Tasmania ເພາະຄວາມເປັນຫ່ວງກ່ຽວກັບການປົນເປື້ອນ.
ການທຸດຈະຣິດໃນ Ukraine.
ໜ່ວຍງານຕໍ່ຕ້ານການທຸດຈະຣິດຂອງ Ukraine (National Anti-Corruption Bureau) ໄດ້ດໍາເນີນການສອບສວນຄັ້ງໃຫຍ່, ຊຶ່ງກ່ຽວຂ້ອງກັບການກ່າວຫາວ່າ ມີເງິນໃນການທຸດຈະຣິດ ປະມານ 100 ລ້ານໂດລາ ໃນພາກພະລັງງານ ແລະປະທານາທິບໍດີ Volodymyr Zelenskyy, ໄດ້ຮຽກຮ້ອງໃຫ້ຖອດຖອນ ຣັດຖະມົນຕີ ກະຊວງຄວາມຍຸດຕິທັມ ແລະພະລັງງານ ຂອງປະເທດຊຶ່ງຖືກກ່າວຫາວ່າມີສ່ວນໃນການທຸດຈະຣິດຄັ້ງນີ້.
ການສອບສວນການຢຽດເຊື້ອຊາດ ໃນບ່ອນທໍາງານ.
ການຈໍາແນກເຊື້ອຊາດ ຢູ່ບ່ອນທໍາງານເປັນພັຍພິບັດ. ມັນເປັນບັນຫາທີ່ກະທົບກະເທືອນ ຕໍ່ຜູ້ຄົນໃນທຸກຂັ້ນຕອນຂອງວຽກງານ, ມັນຫຼຸດຄ່າຂອງຜູ້ຄົນໃຫ້ຫນ້ອຍລົງ, ແລະມັນສ້າງຄວາມເສັຍຫາຍ ຕໍ່ເສດຖະກິດ ແລະສັງຄົມຂອງເຮົາໂດຍທົ່ວໄປ ແຕ່ພະນັກງານອົບພະຍົບ ໃນເຂດພູມີພາກ ມີຄວາມສ່ຽງຕໍ່ການຖືກເອົາປຽບທາງເຊື້ອຊາດ ເປັນພິເສດ.
ວ່າດ້ວຍ ຄວາມເຈັບປວດຂອງຜູ້ຍິງ.
ລາຍງານກ່ຽວກັບຄວາມເຈັບປວດຂອງຜູ້ຍິງຖືກຫລໍ່ຫລອມໂດຍປະສົບການຂອງຜູ້ຍິງ ແລະເດັກນ້ອຍຜູ້ຍິງ 13,000 ຄົນ. ລາຍງານໄດ້ເປີດເຜີຍຊ່ອງວ່າງທາງສຸຂະພາບລະຫວ່າງເພດ, ປະສົບການຂອງອະຄະຕິທາງການແພດ, ການຈໍາແນກເລື່ອງເພດ ແລະການກຽດຊັງຜູ້ຍິງ, ແລະຄວາມຮູ້ສຶກທີ່ຖືກລະເລີຍ ຫລືຖືກປະຕິເສດ ໂດຍທ່ານຫມໍ ແມ່ນແພ່ໄປທົ່ວລະບົບສຸຂະພາບຂອງຣັດ Victoria.
ໄຟຟ້າຟຣີ... ມີແທ້ຫຼືບໍ່ໃນ ອອສເຕຣເລັຍ?
ຊາວອອສເຕຣເລັຍ ໃນສາມຣັດ ຈະໄດ້ຮັບໄຟຟ້າຟຣີສາມຊົ່ວໂມງ ໃນຕອນກາງເວັນ, ພາຍໃຕ້ໂຄງການ ແບ່ງປັນພະລັງງານງານແສງອາທິດ ຢ່າງຫລວງຫລາຍ ທີ່ເກັບກ່ຽວໃນເວລາທີ່ບໍ່ແມ່ນຊົ່ວໂມງທີ່ມີຄວາມຕ້ອງການສູງ. ແຜນນັ້ນ ໄດ້ຮັບການຕ້ອນຮັບ ໂດຍກຸ່ມສະພາບແວດລ້ອມ, ແຕ່ບາງຄົນ ໃນຝ່າຍຄ້ານບໍ່ປະທັບໃຈ.
ອາດຊະຍາກັມທີ່ the Louvre
ມັນເປັນອາດຊະຍາກັມເທື່ອຫຼ້າສຸດ ຂອງພິພິດທະພັນ the Louvre. ວັດຖຸແປດອັນ ໄດ້ຖືກລັກໄປ, ຮວມທັງສາຍຄໍມໍຣະກົດ ແລະເພັດ ທີ່ Napoleon ໄດ້ມອບໃຫ້ Marie Louise ພັນລະຍາຂອງລາວ, ແລະມົງກຸດໃນສັດຕະວັດທີ 19 ຂອງ Empress Eugenie, ພັນລະຍາຂອງ Napolean ທີສາມ ແລະ ປະທານທິບໍດີຝຣັ່ງ, Emmanuel Macron, ກ່າວວ່າກໍາລັງເຮັດທຸກວິທີທາງ ເພື່ອຈັບຜູ້ທີ່ຢູ່ເບື້ອງຫລັງ ການປຸ້ນຄັ້ງນີ້.
ຄວາມເມື່ອຍໜ່າຍ (Burnout) ໃນບ່ອນທໍາງານ.
ຄວາມເມື່ອຍໜ່າຍ (Burnout) ມີລັກສນະແນວໃດ? ຄວາມເມື່ອຍໜ່າຍ ສາມາດສະແດງອອກ ໃນທາງທີ່ແຕກຕ່າງກັນ ແຕ່ຜູ້ຊ່ຽວຊານບອກວ່າ ມີສັນຍານທົ່ວໄປສອງສາມຢ່າງ ທີ່ບໍ່ຄວນລະເລີຍ. ສິ່ງເຫຼົ່ານີ້ ລວມເຖິງຄວາມຮູ້ສຶກໂດດດ່ຽວ, ຂຸ່ນເຄືອງ ແລະຂາດພະລັງງານ. ຄວາມເມື່ອຍໜ່າຍ ອາດຫມາຍເຖິງຄວາມຮູ້ສຶກ ບໍ່ພໍໃຈກັບວຽກ ຫຼືເຊົາເຮັດວຽກ ທີ່ທ່ານເຄີຍໃຫ້ຄວາມສຳຄັນ. ມັນສາມາດ ເປັນທາງຮ່າງກາຍເຊັ່ນກັນ, ບາງຄັ້ງກໍໄປສູ່ຄວາມເຈັບປວດຫົວ ແລະຄວາມເຈັບປວດຕາມຮ່າງກາຍຫຼາຍຂຶ້ນ, ພ້ອມທັງການລົບກວນຂອງການນອນ.
ການປ້ອງກັນການລົ້ມ ໃນຜູ້ສູງອາຍຸ.
ໃນອອສເຕຣເລັຍ, ປະມານ ຫນຶ່ງໃນສີ່ຄົນ ທີ່ມີອາຍຸສູງກວ່າ 65 ປີ ປະສົບກັບການລົ້ມ ຢ່າງຫນ້ອຍຫນຶ່ງເທື່ອໃນແຕ່ລະປີ ແລະມັນເປັນສາເຫດສໍາຄັນ ຂອງການບາດເຈັບ, ການເຂົ້າໂຮງຫມໍ ແລະການຕາຍ ໃນບັນດາຜູ້ສູງອາຍຸ ຊາວອອສເຕຣເລັຍ. ການປ້ອງກັນການລົ້ມ ບໍ່ໄດ້ເປັນເລື່ອງງ່າຍ, ໂດຍສະເພາະຢ່າງຍິ່ງ ເມື່ອພາສາ ຂັດຂວາງການຮັບຮູ້.
ການເສບຕິດຂອງຫມາກັບຂອງຫລິ້ນ.
ທີ່ມະຫາວິທະຍາລັຍ Veterinary Medicine ໃນ Vienna ພົບວ່າ ໝາບາງສາຍພັນ ມີການເສບຕິດກັບຂອງຫຼິ້ນຂອງພວກມັນ ຊຶ່ງຄ້າຍຄືກັນກັບ ການເສບຕິດໃນມະນຸດ... ແຕ່ບໍ່ມີຫຼັກຖານທາງວິທຍາສາດທີ່ຈະຮອງຮັບເລື້ອງນີ້ ແຕ່ມັນເປັນການສັງເກດໂດຍທົ່ວໄປເທົ່ານັ້ນ.
ກົດຫມາຍດ້ານສິດທິມະນຸດອອສເຕຣເລັຍ
ເປັນຫຍັງອອສເຕຣເລັຍ ຈຶ່ງບໍ່ມີກົດຫມາຍສິດທິມະນຸດ ໃນລະດັບຣັຖບານກາງ, ຊຶ່ງແຕກຕ່າງຈາກ New Zealand ແລະປະເທດອັງກິດ? ເຖິງແມ່ນວ່າ ມີສິດທິທີ່ຖືກປົກປ້ອງ ໂດຍຣັຖທັມມະນູນ; ແລະມີກົດຫມາຍ ຕໍ່ຕ້ານການເລືອກປະຕິບັດ* ຂອງຣັຖບານກາງ ແຕ່ກໍ ມີກົດຫມາຍສິດທິມະນຸດ ທີ່ແຕກຕ່າງກັນ, ຍົກຕົວຢ່າງໃນ Victoria, ACT ແລະ Queensland.
ການຈັດອາຫານແປຮູບພິເສດ ອອກຈາກໂຮງຮຽນ.
ຣັດ California ຈະກໍາຈັດອາຫານ ແປຮູບພິເສດ (Ultraprocessing Foods) ບາງຢ່າງ ຈາກອາຫານໂຮງຮຽນ ໃນທົດສະວັດໜ້າ ພາຍໃຕ້ກົດຫມາຍທໍາອິດໃນປະເທດ ທີ່ຖືກລົງນາມໂດຍຜູ້ປົກຄອງ Gavin Newsom. ໂຮງຮຽນຈະຕ້ອງເລີ່ມເອົາອາຫານເຫລົ່ານັ້ນ ອອກຈາກລາຍການຂອງເຂົາເຈົ້າ ພາຍໃນເດືອນກໍລະກົດ ປີ 2029, ແລະເຂດການສຶກສາ ຈະຖືກຫ້າມ ບໍ່ໃຫ້ຂາຍອາຫານເຫຼົ່ານັ້ນ ເປັນອາຫານເຊົ້າ ຫລືອາຫານທ່ຽງ ພາຍໃນເດືອນກໍລະກົດ ປີ 2035.
ວ່າດ້ວຍເຄື່ອງມືຕິດຕາມໂຕ.
ດ້ວຍວ່າສ່ວນຫນຶ່ງແມ່ນຄວາມໄວຂອງຊີວິດ... ການນຳໃຊ້ເຄື່ອງມືຕິດຕາມໂຕ ກໍມີຫຼາຍຂຶ້ນ. ຜູ້ຊ່ຽວຊານບາງຄົນກໍຄິດວ່າເປັນການດີ... ແຕ່ບາງຄົນກໍເວົ້າວ່າຈະເຮັດໃຫ້ມີຄວາມເປັນສ່ວນໂຕຫຼຸດໜ້ອຍລົງແລະອິດສຣະພາບຈະຖືກຈຳກັດ.
ຝ່າຍຄ້ານ ກໍາລັງດັດແປງຂໍ້ສເນີ ພະລັງງານນິວເຄລັຍ.
ພັກຝ່າຍຄ້ານ ກໍາລັງດັດແປງຂໍ້ສເນີຂອງເຂົາເຈົ້າ ກ່ຽວກັບພະລັງງານນິວເຄລັຍ, ເຖິງແມ່ນວ່າ ຈະເສັຍໄຊໃນການເລືອກຕັ້ງ ດ້ວຍນະໂຍບາຍ ພະລັງງານນິວເຄລັຍກໍຕາມ. ແຕ່ພັກຝ່າຍຄ້ານ ກໍາລັງດັດແປງຂໍ້ສເນີຂອງເຂົາເຈົ້າ ກ່ຽວກັບນະໂຍບາຍນີ້ອີກເທື່ອໜຶ່ງ ໂດຍອ້າງເຖິງຄວາມກ້າວໜ້າຂອງດ້ານນີ້ໃນສະຫະຣັດອາເມຣິກາ.
ຄວາມເຫງົາຂອງຜູ້ຊາຍ ໃນອອສເຕຣເລັຍ.
ຄວາມເຫງົາໃນບັນດາຜູ້ຊາຍ ຖືກອະທິບາຍວ່າເປັນ "ວິກິດ" ໃນອອສເຕຣເລັຍ, ແລະເບິ່ງຄືວ່າກໍາລັງເພີ່ມຂຶ້ນ. ການສຶກສາຄົ້ນຄວ້າຂອງອອສເຕຣເລັຍເມື່ອບໍ່ດົນມານີ້ ສາມາດໃຫ້ຄໍາຕອບວ່າ ເປັນຫຍັງຜູ້ຊາຍຈຶ່ງເບິ່ງຄືວ່າ ກໍາລັງດີ້ນລົນກັບຄວາມເຫງົາຫຼາຍຂຶ້ນ.
ການປິດໂຕຂອງຣັຖບານ ອາເມຣິກາ.
ນີ້ເປັນການປິດຣັຖບານ ຄັ້ງທີ 15 ນັບແຕ່ປີ 1981. ເຫດການນີ້ເກີດຂຶ້ນເພາະວ່າສະພາ Congress ບໍ່ສາມາດຕົກລົງກັນ ເລື່ອງຮ່າງກົດ ໝາຍງົບປະມານໃຫມ່ ກ່ອນວັນທີ 30 ເດືອນກັນຍາໄດ້. ໃນຂນະທີ່ພັກ Republican ຄວບຄຸມທັງສອງສະພາ, ໃນສະພາສູງ ເຂົາເຈົ້າຕ້ອງມີ 60 ສຽງເພື່ອຜ່ານກົດຫມາຍການໃຊ້ຈ່າຍ, ຊຶ່ງຫມາຍຄວາມວ່າ ເຂົາເຈົ້າຕ້ອງເຈຣະຈາກັບຝ່າຍ Democrats ເພື່ອຜ່ານກົດຫມາຍ ທີ່ຈະອະນຸມັດເງິນສໍາລັບໜ່ວຍງານ ແລະບໍຣິການຂອງຣັຖບານ.
ພະຍາບານທີ່ຈົດທະບຽນ ຈະສາມາດອອກໃບສັ່ງຢາໄດ້.
ພະຍາບານຫລາຍສິບພັນຄົນທົ່ວປະເທດ ຈະສາມາດຍົກລະດັບຄວາມຊໍານານ ໃນການສັ່ງຢາ ຊຶ່ງຕາມປົກກະຕິແລ້ວ ຈະເຮັດໂດຍທ່ານຫມໍ. ມັນເປັນການປະຕິຮູບ ທີ່ສາມາດປ່ຽນສະພາບການທາງການແພດ ໃນອອສເຕຣເລັຍ... ແລະຊີວິດຂອງຜູ້ປ່ວຍຈຳນວນຫລາຍ.
ການປິ່ນປົວແລະດູແລຜູ້ປ່ວຍໂຣກສມອງເສື່ອມ
ໃນປີ 2065 ຄາດວ່າຊາວອອສເຕຣເລັຍ ຫລາຍກວ່າຫນຶ່ງລ້ານຄົນ ຈະຢູ່ກັບພາວະສມອງເສື່ອມ ເພາະຈໍານວນຜູ້ຄົນມີອາຍຸສູງຂຶ້ນ. ພັນທຸກັມ ແລະວິຖີຊີວິດ ກໍມີບົດບາດຄືກັນ ໃນການເປັນໂຣກນີ້. ແຕ່ໃນປີ 2024, ວາຣະສານ Lancet Journal ລະບຸປັດຈັຍອັນຕະຣາຍ 14 ຢ່າງທີ່ສາມາດປ່ຽນແປງໄດ້, ຮວມທັງການບາດເຈັບໃນສມອງ, ພາວະຊຶມເສົ້າ, ໂຣກອ້ວນ, ຂາດການອອກກໍາລັງກາຍ, ດື່ມເຄື່ອງມຶນເມົາຫລາຍເກີນໄປ, ການສູນເສັຍການໄດ້ຍິນ ແລະການໂດດດ່ຽວທາງສັງຄົມເປັນຕົ້ນ ຊຶ່ງສາມາດຫລຸດອັດຕາ ໄດ້ເຖິງຫນຶ່ງສ່ວນສາມ.
ວັນແປສາກົນ ທີ່ຖືກຮັບຮູ້ໂດຍສະຫະປະຊາຊາດ.
ບໍ່ມີຫລາຍຄົນ ຮູ້ເຖິງຄວາມແຕກຕ່າງລະຫວ່າງ ການແປ(Translating) ແລະການເປັນລ່າມ (Interpreting). ຄວາມແຕກຕ່າງທີ່ຍິ່ງໃຫຍ່ທີ່ສຸດ ຄືການແປ (Translating) ແມ່ນການຂຽນ ໃນຂນະທີ່ການເປັນລ່າມ (Interpreting) ແມ່ນການໃຊ້ພາສາເວົ້າ. ໃນອອສເຕຣເລັຍ ເຮົາບໍ່ສາມາດເຫັນຜູ້ແປ (Translators) ແລະລ່າມ(Interpreter) ໄດ້. ເປັນເວລາແປດປີແລ້ວ ທີ່ອົງການສະຫະປະຊາຊາດ ໄດ້ຮັບຮູ້ວັນແປສາກົນ (International Translation Day) ເປັນເທື່ອທໍາອິດ. ຊຶ່ງກົງກັບວັນທີ 30 ເດືອນກັນຍາ.
ຜົນກະທົບຂອງການຕິດພະນັນ
ການຄົ້ນຄວ້າໃຫມ່ ເນັ້ນເຖິງຄວາມກ່ຽວຂ້ອງ ລະຫວ່າງບັນຫາການພະນັນ ກັບຄວາມຮຸນແຮງໃນຄອບຄົວ, ການຂ້າຕົວຕາຍ ແລະຄວາມຫຍຸ້ງຍາກທາງດ້ານການເງິນ, ໂດຍຊາວອອສເຕຣເລັຍ ຫຼາຍກວ່າ 3 ລ້ານຄົນ ໄດ້ຮັບຜົນກະທົບ ຊຶ່ງແມ່ນຈຳນວນຫລາຍຂຶ້ນ ທີ່ກໍາລັງໄດ້ຮັບອັນຕະຣາຍ ຈາກການຫລິ້ນພະນັນ.
ການລະເມີດຄວາມເປັນສ່ວນຕົວຂອງລູກຄ້າ
ທຸກໆມື້, ລູກຄ້າຫລາຍຮ້ອຍຄົນທົ່ວອອສເຕຣເລັຍ ເຂົ້າໄປໃນ Kmart, ຊຶ່ງເປັນທີ່ຮູ້ຈັກກັນດີ ໃນດ້ານຜລິດຕະພັນໃນບ້ານເຮືອນ ທີ່ລາຄາບໍ່ແພງ. ແຕ່ບາງຄົນ ອາດຖືກບັນທຶກໃບຫນ້າຂອງເຂົາເຈົ້າ ຢ່າງບໍ່ຮູ້ໂຕ, ອີງຕາມການຄົ້ນພົບ ຂອງອົງການຄວບຄຸມຄວາມເປັນສ່ວນຕົວ ແຫ່ງຊາດ (The National Privacy Regulator).
ໂຄງການຂອງກອງທະຫານອາເມຣິກາ
Donald Trump ກ່າວຕໍ່ນາຍທະຫານຫລາຍຮ້ອຍຄົນ ເຖິງການສົ່ງກອງທະຫານ ໄປເມືອງທີ່ນໍາໂດຍພັກ Democrats ທີ່ລາວອ້າງວ່າ ໄດ້ສູນເສັຍການຄວບຄຸມອາດຊະຍາກັມ ແລະການຍ້າຍຖິ່ນຖານ. ໃນຂນະດຽວກັນ Pete Hegseth ໄດ້ເຕືອນເຈົ້າຫນ້າທີ່ຊັ້ນຜູ້ໃຫຍ່ ເຖິງພັຍຄຸກຄາມຕ່າງໆ "ຄວາມຕື່ນໂຕ-Wokeness", ຄວາມແຕກຕ່າງ ແລະຄວາມອ້ວນ.
ການປະທ້ວງຂອງຝ່າຍຂວາຈັດ.
ຜູ້ຊ່ຽວຊານກ່າວວ່າ ມີແຮງຊຸກຍູ້ຫລາຍຢ່າງ ທີ່ຂັບເຄື່ອນການປະທ້ວງຄັ້ງໃຫຍ່ ຂອງຝ່າຍຂວາຈັດ ໃນອອສເຕຣເລັຍ ແລະປະເທດອັງກິດ, ແລະກ່າວວ່າມັນ "ບໍ່ເປັນເລື່ອງພິເສດຫຍັງ". ເຂົາເຈົ້າຍັງເວົ້າອີກວ່າ ອົງການສື່ສານມວນຊົນ ຕ້ອງປະຕິບັດຕໍ່ບັນຫານີ້ ດ້ວຍຄວາມລະມັດລະວັງເມື່ອລາຍງານ.
ການຢ້ຽມຢາມອັງກິດຂອງ Donald Trump
ມີຫຼາຍຄຳຖາມຈາກນັກການທູດຂອງອັງກິດວ່າ ການຢ້ຽມຢາມອັງກິດຂອງ Donald Trump ໃຫ້ປໂຍດຫຍັງແດ່ແກ່ປະເທດ. ແຕ່ສໍາລັບປະທານາທິບໍດີ, ມັນເປັນສອງມື້ ຂອງການຫລິ້ນລະຄອນ ແລະການຍົກຍ້ອງ, ໄດ້ຮັບການປະຕິບັດຄືກະສັດ, ໂດຍກະສັດ. ສຳລັບເຈົ້າໜ້າທີ່ອັງກິດບາງຄົນແລ້ວ, ບາງເທື່ອ ມັນກໍເປັນເລື້ອງດີເມື່ອແຂກ-ບໍ່ວ່າຈະຍິນດີຕ້ອນຮັບຫລາຍປານໃດກໍຕາມ-ອອກຈາກເຮືອນ.
ຄວາມປອດພັຍດ້ານອາຫານໃນລະດູຮ້ອນ.
ຫລາຍກວ່າເຄິ່ງຫນຶ່ງ ຂອງຊາວອອສເຕຣເລັຍ ເຫັນວ່າ ຄວາມເຈັບປ່ວຍທີ່ເກີດຈາກອາຫານນັ້ນ ເປັນບັນຫາເລື່ອງຄວາມປອດພັຍຂອງອາຫານ, ແຕ່ຫນ້ອຍກວ່າເຄິ່ງຫນຶ່ງ ຂອງຜູ້ບໍຣິໂພກ ມີການປະຕິບັດ ດ້ານຄວາມປອດພັຍທາງອາຫານຢ່າງສມ່ຳສເມີ ເມື່ອຕຽມອາຫານຢູ່ບ້ານ. ດ້ວຍລະດູຮ້ອນ ທີ່ຮ້ອນອົບເອົ້າໃກ້ເຂົ້າມາ, ຜູ້ສນັບສນູນ ແລະຜູ້ຊ່ຽວຊານ ດ້ານສຸຂະພາບກ່າວວ່າ ຊາວອອສເຕຣເລັຍ ຕ້ອງລະມັດລະວັງຫລາຍກວ່າເກົ່າ ກ່ຽວກັບອາຫານເປັນພິດໃນປີນີ້.
ໃນຄໍາປາສັຍຂອງ Donald Trump ທີ່ UN
ການເຂົ້າຮ່ວມປະຊຸມໃຫຍ່ ສະຫະປະຊາຊາດ ຂອງ Donald Trump ແມ່ນເລື້ອງທີ່ຄາດເດົາໄດ້ຍາກວ່າມັນຈະເປັນແນວໃດ. Donald Trump ໄດ້ເຮັດໃຫ້ສະຫະປະຊາຊາດຕົກຕະລຶງ, ໂດຍໃຊ້ຄໍາປາສັຍຂອງລາວ ໃນທີ່ປະຊຸມສະມັດຊາໃຫຍ່ ເພື່ອແນະນໍາວ່າ ປະເທດອື່ນໆກຳລັງ "ຕົກນາຮົກ" ເພາະການຍ້າຍຖິ່ນຖານ ແລະປະຕິເສດວິທະຍາສາດ ໂດຍເອີ້ນການປ່ຽນແປງອາກາດວ່າ 'ຫຼອກລວງ-con'.
ລາຍງານການຕິດເຊື້ອທາງເພດສໍາພັນ ໃນອອສເຕຣເລັຍ
ລາຍງານຈາກສະຖາບັນ Kirby ຂອງມະຫາວິທະຍາລັຍ New South Wales ຊີ້ໃຫ້ເຫັນວ່າ ຊ່ອງວ່າງຂອງການກວດໂຣກ ແລະບັນຫາເລື່ອງການເຂົ້າເຖິງ ກໍາລັງເຮັດໃຫ້ຈໍານວນກໍຣະນີເພີ່ມຫຼາຍຂຶ້ນ. ຜູ້ຊ່ຽວຊານກ່າວວ່າ ໂຣກ Syphilis ແລະ ໂຣກໜອງໃນ (Gonorrhoea) ສາມາດປິ່ນປົວ ແລະປ້ອງກັນໄດ້ງ່າຍ. ແຕ່ໃນ ອອສເຕຣເລັຍ, ອັດຕາການຕິດເຊື້ອ ໄດ້ເພີ່ມຂຶ້ນປະມານສອງເທົ່າ ໃນສິບປີທີ່ຜ່ານມາ.
The cervical screening test that could save your life - ການກວດປາກມົດລູກ ສາມາດຊ່ວຍຊີວິດຂອງທ່ານໄດ້
Cervical cancer is preventable, but only if you catch it early. Cultural and personal barriers have often meant that women avoid cervical cancer testing. But now with the help of a world-leading test, Australia is aiming to eliminate cervical cancer by 2035. The test is a safe and culturally sensitive option for women from all backgrounds. Best of all it could save your life—or that of someone close to you. - ມະເຮັງປາກມົດລູກ ສາມາດປ້ອງກັນໄດ້, ຂໍພຽງແຕ່ ທ່ານກວດພົບຢ່າງໄວເທົ່ານັ້ນ. ອຸບປະສັກສ່ວນຕົວ ແລະທາງວັດທະນະທັມ ມັກຫມາຍຄວາມວ່າ ຜູ້ຍິງຊັກຊ້າໃນການກວດເບິ່ງມະເຮັງປາກມົດລູກ. ແຕ່ບັດນີ້ ດ້ວຍຄວາມຊ່ອຍເຫລືອຂອງການກວດ ທີ່ນຳໜ້າຂອງໂລກ, ອອສເຕຣເລັຍ ມີເປົ້າຫມາຍ ທີ່ຈະກໍາຈັດມະເຮັງປາກມົດລູກ ພາຍໃນປີ 2035ການກວດເປັນທາງເລືອກທີ່ປອດພັຍ ແລະໃຫ້ຄວາມສຳຄັນ ທາງວັດທະນະທັມສໍາລັບຜູ້ຍິງ ຈາກທຸກພື້ນຖານ. ສິ່ງດີທີ່ສຸດແມ່ນວ່າ ມັນສາມາດຊ່ວຍຊີວິດຂອງທ່ານໄດ້—ຫລື ຊີວິດຂອງຄົນ ທີ່ໃກ້ຊິດກັບທ່ານ.
ກົດໝາຍຄວາມປອດພັຍທາງອີເລັກໂຕຣນິກ ຂອງອອສເຕຣເລັຍ
ກົດໝາຍຄວາມປອດພັຍທາງອີເລັກໂຕຣນິກ ຂອງອອສເຕຣເລັຍ ຈະບໍ່ຖືກນໍາໃຊ້ ຈົນກວ່າວັນທີ 10 ທັນວາ, ແຕ່ກັມມາທິການ eSafety ກ່າວວ່າ ເຂົາເຈົ້າຢາກໃຫ້ມັນ ມີການຮຸກຮານຫນ້ອຍທີ່ສຸດ ເທົ່າທີ່ຈະເປັນໄປໄດ້. ກັມມາທິການ eSafety ຍັງຈະພົບກັບບໍຣິສັດສື່ສານມວນຊົນ ໃນ Silicon Valley ໃນອາທິດຫນ້າ ຮວມເຖິງ Apple, Discord, Open AI, Google ແລະ Meta ເພື່ອສົນທະນາ ກ່ຽວກັບການສັ່ງຫ້າມນີ້.
ວັນພົນລະເມືອງອອສເຕຣເລັຍ
ວັນທີ 17 ເດືອນກັນຍາ ໄດ້ຖືກເລືອກໃຫ້ເປັນມື້ ທີ່ຮັບຮູ້ກົດຫມາຍ ທີ່ກໍ່ໃຫ້ເກີດຄວາມຄິດ ເລື່ອງການເປັນພົນລະເມືອງ ຂອງອອສເຕຣເລັຍ ພາຍໃຕ້ກົດຫມາຍ ເລື່ອງສັນຊາດ ແລະພົນລະເມືອງ (Nationality and Citizenship Act) ໃນປີ 1948. ແນວຄິດນັ້ນ ໄດ້ຖືກນໍາໃຊ້ໃນປີ 2001, ຊຶ່ງເປັນປີຄົບຮອບ 100 ປີຂອງສະຫະພັນ (the Centenary of Federation), ຕາມຄໍາແນະນໍາ ສໍາລັບວັນພິເສດ ເພື່ອສເລີມສລອງ ການເປັນພົນລະເມືອງ ຂອງອອສເຕຣເລັຍ.
ຄວາມໂປ່ງໃສ ຂອງຣັຖບານ.
FULLຣັຖບານກາງ ໄດ້ປະກາດຂໍ້ສເນີ ທີ່ຈະປັບປຸງກົດຫມາຍເສຣີພາບຂອງຂໍ້ມູນ, ຫລືກົດຫມາຍ FOI, ນັກວິຈານ ແລະຜູ້ຊ່ຽວຊານໄດ້ເຕືອນບໍ່ໃຫ້ເຮັດເຊັ່ນນັ້ນ ຍ້ອນຫຼາຍເຫດຜົນ. ນັກວິເຄາະກ່າວວ່າ ຄວາມໂປ່ງໃສ ເປັນສິ່ງສໍາຄັນຕໍ່ລະບອບປະຊາທິປະໄຕທີ່ດີພ້ອມທັງສົ່ງເສີມ ກັມມາພິບານ (Good Governance) ແລະຄວາມຮັບຜິດຊອບ .
ການລາອອກ ຂອງນາຍົກຣັຖມົນຕີຍີ່ປຸ່ນ.
FULLປະເທດຍີ່ປຸ່ນ ຕົກຢູ່ໃນຄວາມບໍ່ແນ່ນອນ ຈາກການລາອອກຈາກຕໍາແຫນ່ງ ຂອງນາຍົກຣັຖມົນຕີ Shigeru Ishiba ແຕ່ລາວຈະຍັງຢູ່ໃນຕຳ ແໜ່ງຮັກສາການຈົນກວ່າ ຈະມີການເລືອກຜູ້ທີ່ຈະມາຮັບໜ້າທີ່ແທນ ຊຶ່ງຄາດວ່າຈະແມ່ນໃດເດືອນ ຕຸລາ. ປະຕິກິຣິຍາ ທົ່ວໄປໃນຍີ່ປຸ່ນແມ່ນວ່າ: ມີຄວາມສະບາຍໃຈ, ແຕ່ກໍຍັງເປັນຫ່ວງນໍາອີກ.
ວ່າດ້ວຍກົດຫມາຍປືນ ຂອງອອສເຕຣເລັຍ.
FULLເຖິງແມ່ນວ່າ ການຄາດຕະກັມ ທີ່ກ່ຽວຂ້ອງກັບອາວຸດປືນ ໄດ້ເລີ່ມຫລຸດລົງໃນຕົ້ນປີ 1980, ໄດ້ຫລຸດລົງເລື້ອຍໆ ໃນອັດຕາດຽວກັນ ຫລັງຈາກເຫດການ Port Arthur, ແລະຍັງຢູ່ໃນລະດັບຕ່ຳ ແລະຊົງໂຕໃນທຸກວັນນີ້ ແຕ່ຜູ້ຊ່ຽວຊານກ່າວວ່າ ການມີອາວຸດປືນຢູ່ໃນຊຸມຊົນຫຼາຍຂຶ້ນນັ້ນ, ອາດເຮັດໃຫ້ຄວາມປອດພັຍຫຼຸດລົງ ໂດຍສເພາະໃນເມືອງໃຫຍ່ ແລະຄວາມກ້າວໜ້າດ້ານເທັກໂນໂລຈີສນການຜລິດປືນເຖື່ອນ.
What is forced marriage and what support is available in Australia? - ການບັງຄັບແຕ່ງດອງ (Forced Marriage) ແມ່ນຫຍັງ ແລະມີການ ສນັບສນູນຫຍັງແດ່ໃນອອສເຕຣເລັຍ?
FULLA forced marriage occurs when one or both individuals do not consent freely, often due to threats, coercion, deception, or if they are under 16 or those with mental incapacities. No matter how long you've been living here, it's vital to know: You have the right to choose who you marry. In this episode, we'll explore the difference between arranged and forced marriage and where you can turn for help if you or someone you know is affected. - ການບັງຄັບແຕ່ງດອງ (Forced Marriage) ເກີດຂຶ້ນເມື່ອຄົນຫນຶ່ງ ຫຼືທັງສອງຄົນ ບໍ່ເຫັນດີນໍາຢ່າງເປັນອິດສຣະ, ສ່ວນຫຼາຍຍ້ອນການຂົ່ມຂູ່, ການບີບບັງຄັບ, ການຫຼອກລວງ, ຫຼືຖ້າເຂົາເຈົ້າມີອາຍຸຕໍ່າກວ່າ 16 ປີ ຫຼືຜູ້ທີ່ມີຄວາມບົກພ່ອງທາງຈິດ. ບໍ່ວ່າທ່ານຈະອາສັຍຢູ່ທີ່ນີ້ດົນປານໃດກໍຕາມ, ມັນສໍາຄັນທີ່ຈະຮູ້ວ່າ: ທ່ານມີສິດທີ່ ຈະເລືອກວ່າ ທ່ານຈະແຕ່ງດອງກັບໃຜ. ໃນຕອນນີ້, ເຮົາຈະຄົ້ນຫາຄວາມແຕກຕ່າງ ລະຫວ່າງ ການແຕ່ງດອງແບບຈັດຕຽມ (Arranged Marriage) ແລະການບັງຄັບແຕ່ງດອງ (Forced Marriage) ແລະບ່ອນທີ່ທ່ານສາມາດ ຂໍຄວາມຊ່ອຍເຫລືອ ຖ້າຫາກທ່ານ ຫລືບາງຄົນທີ່ທ່ານຮູ້ຈັກ ໄດ້ຮັບຜົນກະທົບ.
ແຮ່ທາດຫາຍາກ (Rare Earth Minerals) ແມ່ນຫຍັງ?
FULLແຮ່ທາດຫາຍາກ (Rare Earth) ເປັນກຸ່ມຂອງທາດໂລຫະ 17 ຊະນິດ ທີ່ຂັບເຄື່ອນ ເທັກໂນໂລຈີສມັຍໃຫມ່. ແລະມັນກໍສໍາຄັນຫລາຍ ສໍາລັບການປ່ຽນແປງພະລັງງານສີຂຽວ. ພະລັງງານແສງອາທິດ ແລະລົມ ແລະຣົດໄຟຟ້າ ທັງຫມົດລ້ວນອາສັຍທາດຫາຍາກ (Rare Earth Elements). ຕອນນີ້ ປະເທດຈີນ ຄວບຄຸມສາຍໂສ້ຕລາດ ສ່ວນໃຫຍ່ຂອງແຮ່ຫາຍາກ, ຊຶ່ງຄຶດເປັນປະມານ 70 ເປີເຊັນ ຂອງການຂຸດຄົ້ນ ແລະ 90 ເປີເຊັນ ຂອງການຜລິດ ແຕ່ ອອສເຕຣເລັຍກຳລັງຈະມີບົດບາດໃນເລື້ອງນີ້.
A beginner’s guide to owning a pet in Australia - ຄູ່ມືສໍາລັບຜູ້ເລີ່ມຕົ້ນ ໃນການເປັນເຈົ້າຂອງສັດລ້ຽງ ໃນອອສເຕຣເລັຍ
FULLBringing a pet into your home can fill it with joy and companionship – but it also comes with important responsibilities. In Australia, new pet owners need to be aware of legal requirements, along with essential tips for training and caring for their animals. - ການນໍາເອົາສັດລ້ຽງ ເຂົ້າມາໃນບ້ານຂອງທ່ານ ສາມາດເຮັດໃຫ້ມັນ ເຕັມໄປດ້ວຍຄວາມສຸກ ແລະຄວາມເປັນເພື່ອນ-ແຕ່ມັນ ຍັງມີຫນ້າທີ່ຮັບຜິດຊອບທີ່ສໍາຄັນນໍາອີກ. ໃນອອສເຕຣເລັຍ ເຈົ້າຂອງສັດໃຫມ່ ຕ້ອງຮູ້ຂໍ້ກຳໜົດທາງກົດຫມາຍ ພ້ອມດ້ວຍຄໍາແນະນໍາ ທີ່ຈໍາເປັນ ສໍາລັບການຝຶກອົບຮົມ ແລະເບິ່ງແຍງສັດຂອງເຂົາເຈົ້າ.
ລາຍງານ ການຫຼອກລວງ ໃນປີ 2025.
FULLລາຍງານໃຫມ່ ຂອງຄນະກັມມະການ ການແຂ່ງຂັນ ແລະຜູ້ບໍຣິໂພກຂອງອອສເຕຣເລັຍ (the Australian Competition and Consumer Commission-ACCC) ພົບວ່າ ຊາວອອສເຕຣເລັຍ ຈໍານວນຫນ້ອຍລົງ ທີ່ລາຍງານ ການຫຼອກລວງ ໃນປີ 2025 ແຕ່ມີການສູນເສັຍເງິນຫຼາຍຂຶ້ນ. ຜູ້ຊ່ຽວຊານຍັງກ່າວວ່າ ຜູ້ບໍຣິໂພກເອງກໍຕ້ອງມີຄວາມລະມັດລະວັງຄືກັນ.